ມີການລາຍງານຂອງເພຈ ໃນວັນທີ 30 ມິຖຸນາ 2022 ໃນເວລາ 14:24:22 ໂມງ ໂດຍໃສ່ຫົວຂໍ້ວ່າ Korean cultural heritage investigation team discovers 317 relics in Laos Temple
ໄດ້ມີການຄົ້ນພົບ ວັດຖຸບູຮານ ທີ່ເກົ່າແກ່ ປະເມີນຄ່າບໍ່ໄດ້ ຈຳນວນ 237 ຕົວຢ່າງ ເຊິ່ງຝັງໄວ້ໃຕ້ດິນ ຢູ່ທີ່ຜາສາດຫີນ ວັດພູຈໍາປະສັກ ເມືອງຈຳປາສັກ ແຂວງຈຳປາສັກ.
.
ໂດຍຄະນະນັກສຳຫລວດບູຮານຄະດີ ຈາກ ປະເທດເກົາຫຼີໃຕ້ ເດີນທາງເຂົ້າມາຊ່ວຍ ສ.ປ.ປ.ລາວ ບູຣະນະປະຕິສັງຂອນຜາສາດຫີນວັດພູ ໃນການສຳຫລວດກວດກາໃນຄັ້ງນີ້ ໄດ້ມີການຄົ້ນພົບວັດຖຸບູຮານ 237 ຕົວຢ່າງ ເຊິ່ງປະກອບມີ ຄໍາ, ແຫວນ ອັນຍະມານີ,
ພຣະພຸດທະຮູບ ທີ່ຝັງໄວ້ໃຕ້ດິນ, ເຊິ່ງຄາດວ່າວັດຖຸບູຮານດັ່ງກ່າວສ້າງໃນສະໄຫມຂອມ ທີ່ຈະເຣີນຮຸ່ງເຮືອງ ແລະແຜ່ອິດທິພົນມາສູ່ດິນແດນຂົງເຂດນີ້ເມືອປະມານ 900 ປີກ່ອນ.