ປະຊຸມຄັ້ງສຳຄັນ!ຫາລືການຄຸ້ມຄອງນໍ້າມັນເຊື້ອໄຟ ແລະ ການຄິດໄລ່ໂຄງສ້າງລາຄານໍ້າມັນເຊື້ອໄຟ ໃນ ລາວ

    0
    131

    ກົມການຄ້າພາຍໃນ ຈັດກອງປະຊຸມ ປຶກສາຫາລື ກັບ ຫຼາຍພາກສ່ວນ ກ່ຽວກັບ ການນໍາເຂົ້າ, ການສະໜອງ ແລະ ການຈໍລະຈອນແຢກຈາຍນໍ້າມັນເຊື້ອໄຟໃນປະຈຸບັນ, ໂດຍການເປັນປະທານຂອງທ່ານ ພູວຽງ ພົງສາ ຫົວໜ້າກົມ ການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ມີບັນດາຕາງໜ້າຈາກບັນດາກົມ, ບັນດາສື່ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ໃນວັນທີ 1 ກໍລະກົດ 2022 ທີ່ຫ້ອງປະຊຸມຊັ້ນ 3 ກະຊວງ ອຄ.

    ທ່ານ ພູວຽງ ພົງສາ ຫົວໜ້າກົມ ການຄ້າພາຍໃນ ກ່າວບາງຕອນວ່າ:ຈຸດປະສົງຂອງກອງປະຊຸມ: ເພື່ອຮັບຟັງການອະທິບາຍກ່ຽວກັບການຄຸ້ມຄອງນໍ້າມັນເຊື້ອໄຟ ແລະ ການຄິດໄລ່ ໂຄງສ້າງລາຄານ້ຳມັນເຊື້ອໄຟ ຢູ່ພາຍໃນປະເທດ ຂອງ ສປປລ ເຮົາ; ເພື່ອສົນທະນາແລກປ່ຽນຂໍ້ມູນ ຮ່ວມກັບ ບັນດາແຂກທີ່ເຂົ້າຮ່ວມກອງປະຊຸມ ປິ່ນອ້ອມບັນຫາດັ່ງກ່າວ.
    ເນື່ອງຈາກການສະໜອງນໍ້າມັນເຊື້ອໄຟໃນທົ່ວໂລກ ບໍ່ພຽງພໍກັບຄວາມຕ້ອງການ ແນ່ນອນວ່າ ມີຜົນກະທົບໂດຍກົງເຮັດໃຫ້ລາຄາຂາຍຍ່ອຍນໍ້າມັນເຊື້ອໄຟພາຍໃນປະເທດເຮົາ ຕ້ອງໄດ້ປັບຂຶ້ນຕາມລາຄາຕະຫຼາດໂລກ ເພາະລາວຕ້ອງໄດ້ນໍາເຂົ້ານໍ້າມັນເຊື້ອໄຟ ທີ່ເປັນປັດໃຈພື້ນຖານມາຮັບໃຊ້ການຜະລິດ ແລະ ການດຳລົງຊີວິດ.

    ພ້ອມດຽວກັນ, ກໍສົ່ງຜົນໃຫ້ມີຄວາມຈໍາເປັນນຳໃຊ້ເງິນຕາຕ່າງປະເທດຈຳນວນຫຼາຍຂຶ້ນໃນການຊື້ນໍ້າມັນ ແລະ ມີຜົນຕໍ່ຕົ້ນທຶນການຜະລິດ, ຂົນສົ່ງສິນຄ້າ ເຮັດໃຫ້ມີລາຄາເພີ່ມສູງຂຶ້ນໄປຕາມກັນ, ທັງເຮັດໃຫ້ການນຳເຂົ້ານໍ້າມັນປະສົບບັນຫາການຍ້ອນອັດຕາແລກປ່ຽນຜັນຜວນ ແລະ ສົ່ງຜົນໃຫ້ການນໍາເຂົ້ານໍ້າມັນຫຼຸດລົງ ເກີດສະພາບຂາດແຄນນໍ້າມັນ ດັ່ງທີ່ພວກເຮົາໄດ້ປະສົບໃນໄລຍະສອງເດືອນທີ່ຜ່ານມາ.

    ໂດຍອີງໃສ່ສະພາບການເໜັງຕີງຂອງລາຄານໍ້າມັນເຊື້ອໄຟໃນປັດຈຸບັນເພີ່ມຂຶ້ນສູງ ສົ່ງຜົນກະທົບຕໍ່ການນໍາເຂົ້ານໍ້າມັນເຊື້ອໄຟ ແຕ່ໃນຕົວຈີງພວກເຮົາຍັງມີຄວາມຈໍາເປັນນໍາໃຊ້ເງິນຕາຕ່າງປະເທດເພີ່ມຂຶ້ນ ໃນຂະນະທີ່ແຫລ່ງສະໜອງເງິນຕາຕ່າງປະເທດຂອງປະເທດເຮົາມີຈໍກັດ. ຕໍ່ບັນຫາດັ່ງກ່າວ, ລັດຖະບານ ກໍ່ໄດ້ມີການສະເໜີ ຫລາຍວິທີທາງອອກເຊັ່ນ: ການຫຼຸດອັດຕາ ອາກອນຊົມໃຊ້ນໍ້າມັນລົງ, ການໃຫ້ບູລິມະສິດ ໃນການແລກປ່ຽນເງິນຕາ, ການຈັດຊື້ນໍ້າມັນເຊື້ອໄຟ ຈາກຫຼາຍແຫຼ່ງ ເພື່ອເປັນອີກທາງເລືອກ ໃນການສະໜອງນໍ້າມັນເຊື້ອໄຟ ໃນສະເພາະໜ້າ ແລະ ຍາວນານ, ແລະ ອື່ນໆ.

    ຄຽງຄູ່ກັນນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ເພື່ອຊຸກຍູ້ໃຫ້ບັນດາໂຮງງານປຸງແຕ່ງ ຫຼື ໂຮງງານປະສົມນໍ້າມັນເຊື້ອໄຟ ພາຍໃນປະເທດ ເຊັ່ນ ໂຮງງານກັ່ນນໍ້າມັນລາວເປັກ, ໂຮງງານປະສົມນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ແລະ ໂຮງງານນໍ້າມັນກາຊວນຊີວະພາບ ອາໂກຣເທັກ ເພື່ອເພີ່ມການສະໜອງນ້ໍາມັນພາຍໃນປະເທດເຮົາຕື່ມ.

    ສຳລັບການກຳນົດ ແລະ ການຄິດໄລ່ລາຄານໍ້າມັນເຊື້ອໄຟ ຂອງ ສປປ ລາວ: ໂຄງສ້າງລາຄານໍ້າມັນເຊື້ອໄຟ ສປປ ລາວ ປະກອບດ້ວຍ: ຕົ້ນທຶນການນຳເຂົ້າ ປະກອບມີ: ລາຄາ CIF; ພັນທະຕ່າງໆ ປະກອບມີ: ພາສີຂາເຂົ້າ; ອາກອນຊົມໃຊ້; ອາກອນມູນຄ່າເພີ່ມ; ກອງທຶນບູລະນະທາງ; ເຊິ່ງລາຍຮັບ-ລາຍຈ່າຍ ພາກທຸລະກິດ ປະກອບມີ: ຄ່າບໍລິການ (ບໍລິສັດ ນຳເຂົ້າ-ສົ່ງອອກ ນໍ້າມັນເຊື້ອໄຟ, ບໍລິສັດ ຈຳໜ່າຍພາຍໃນ ແລະ ປ້ຳນ້ຳມັນເຊື້ອໄຟ.

    ການຄິດໄລ່: ການຄິດໄລ່ໂຄງສ້າງລາຄານໍ້າມັນເຊື້ອໄຟ ສປປລາວ ແມ່ນຄິດໄລ່ ບົນພື້ນຖານ (ລາຄາCIF (x) ອັດຕາແລກປ່ຽນ) (+) ພາສີນຳເຂົ້າ (+) ອາກອນການຊົມໃຊ້ (+) ອາກອນລາຄາມູນຄ່າເພີ່ມ (+) ກອງທຶນບູລະນະທາງ (+) ຄ່າໃຊ້ຈ່າຍທຸລະກິດ,
    ການຄິດໄລ່ລາຄາແຕ່ລະຄັ້ງ ແມ່ນຄິດໄລ່ໂດຍສະເລ່ຍ 15 ວັນ (ກໍານົດໄວ້ໃນ ມາດຕາ 45 ຂອງດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ) ແຕ່ອີງຕາມສະພາບການສະໜອງນໍ້າມັນເຊື້ອໄຟຂອງໂລກໃນປະຈຸບັນແມ່ນໄດ້ປັບການ ຄິດໄລ່ໂດຍສະເລ່ຍ 5-7 ວັນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.