ເປີດເທີມໃຫມ່ຂອງການຮຽນ-ການສອນພາສາອັງກິດ ໃນລະດັບຂັ້ນພື້ນຖານ ແລະ ລະດັບກາງອີງຕາມ ແຜນການຮຽນ-ການສອນພາສາຕ່າງປະເທດ ຂອງພະແນກຝຶກອົບຮົມວິຊາຊີບຊາວຫນຸ່ມ ສຊປລ
ກົມພັດທະນາວິຊາຊີບຊາວຫນຸ່ມ ສົກປີ 2002.ກົມພັດທະນາວິຊາຊີບຊາວຫນຸ່ມ ຂໍແຈ້ງມາຍັງພະນັກງານ-ລັດຖະກອນ, ຊາວຫນຸ່ມນັກຮຽນ,ນັກສຶກສາ, ພໍ່ ແມ່ຜູ້ປົກຄອງນັກຮຽນ ແລະ ບຸກຄົນທົ່ວໄປທີ່ມີຄວາມສົນໃຈຢາກຮ່ໍາຮຽນຍົກລະດັບຄວາມຮູ້ທາງດ້ານພາສາອັງກິດ. ທາງພະແນກຝຶກອົບຮົມວິຊາຊີບຊາວຫນຸ່ມ ກົມພັດທະນາວິຊາຊີບຊາວຫນຸ່ມ ສູນກາງຊາວຫນຸ່ມ ປະຊາຊົນ ປະຕິວັດ ລາວ ພວກເຮົາຈະໄດ້ເປີດເທີມໃຫມ່ປະຈໍາປີ 2022 ສອນໂດຍຄູທີ່ມີປະສົບການ, ສ່ວນລາຍລະອຽດຂອງການ ສິດສອນມີດັ່ງລຸ່ມນີ້:
1. ການຮຽນແມ່ນໄດ້ແບ່ງເປັນ 2 ຊ່ວງຮຽນຄື: ຊ່ວງທີ 1: ເວລາຮຽນເລີ່ມ 17:00-18:30 ໂມງ. ຊ່ວງທີ 2: ເວລາຮຽນເລີ່ມ 18:30-20:00 ໂມງ.
2. ເປີດຮັບນັກຮຽນມາລົງທະບຽນແຕ່ວັນທີ 20 /6/2022 ເປັນຕົ້ນໄປ ແລະ ໄລຍະເວລາການລົງທະບຽນຮຽນມີ:ພາກເຊົ້າ ເວລາ 8:00- 11:30 ພາກບ່າຍ ໃນເວລາ 13:30-18:30 ໂມງ (ນັກຮຽນເກົ່າ ແລະ ນັກຮຽນໃຫມ່).
3. ເປີດຮຽນປົກກະຕິວັນທີ 27 / 06 /2022 ເປັນຕົ້ນໄປ 4. ສໍາລັບຄ່າຮຽນໃນແຕ່ລະລະດັບ. ຮຽນພາສາອັງກິດລະດັບເລີ່ມຕົ້ນຄ່າຮຽນແມ່ນ: 210.000 ກີບ/ເທີມ. ( 3 ເດືອນ ) ຮຽນພາສາອັງກິດລະດັບກາງຄ່າຮຽນແມ່ນ: 230.000 ກີບ/ເທີມ.( 3 ເດືອນ )
ເບີໂທຕິດຕໍ່: ອ.ຈ ແກ້ວວົງທອງ 020 56664238 ນາງ ຄໍາແກ້ວ 02095553778 ດັ່ງນັ້ນ, ກົມພັດທະນາວິຊາຊີບຊາວຫນຸ່ມ ສຊປລ ຈຶ່ງແຈ້ງມາຍັງບັນດາຊາວຫນຸ່ມຜູ້ທີ່ມີຄວາມສົນໃຈຢາກ ຮຽນວິຊາຊີບເພື່ອຊາບ