ຂ່າວລ່າສຸດ:ຍັງຈື່ໄດ້ບໍ່ຈາກເຫດປຸ້ນຈີ້ຊີງຊັບຢູ່ບ້ານດົງນາໂຊກ ເມືອງສີໂຄະຕະບອງ ໃນວັນທີ 17 ພຶດສະພາ 2022 ຜ່ານມາ, ໄດ້ສືບພົບວ່າມີ 13 ເປົ້າໝາຍທີ່ໄດ້ກໍ່ເຫດໃນມື້ນັ້ນ ມາຮອດປັດຈຸບັນ ສາມາດຈັບຕົວໄດ້ແລ້ວ 10 ເປົ້າໝາຍ ຍັງສືບຕໍ່ຈັບຕື່ມ 3 ເປົ້າໝາຍ.
ທ່ານພົນຕີ ຄຳກິ່ງ ຜຸຍຫລ້າມະນີວົງ ລາຍງານຕໍ່ສະພາແຫ່ງຊາດໃນວັນທີ 22 ມິຖຸນາ 2022 ຜ່ານມານີ້ວ່າ: ເຫດການປຸ້ນຊັບ ມີຜູ້ຖືກຫາທີ່ຮ່ວມຂະບວນການທັງໝົດ 13 ຄົນ. ໃນນັ້ນ ເຈົ້າໜ້າທີ່ສາມາດຈັບກຸມຕົວມາດຳເນີນຄະດີໄດ້ແລ້ວ 10 ຄົນ.
ສ່ວນທີ່ເຫຼືອ 3 ຄົນ ຍັງເລັ່ງຊອກຫາ ໄລ່ຈັບເພື່ອຈະເອົາມາຮັບໂທດ ດຳເນີນຄະດີຕາມລະບຽບກົດໝາຍ, ຖ້າມີຄວາມຄືບໜ້າຂອງເຫດການນີ້ ແລ້ຈະມາລາຍງານໃນພາຍຫຼັງ.
ຂ່າວກ່ອນໜ້ານີ້:ຍິງສາວ ຖືກໂຈນຈີ້ປຸ້ນຊັບ.ໃນເວລາ 1:30 ຫາ 2:00 ໂມງ ຕອນກາງຄືນຂອງວັນທີ 16-17 ພຶດສະພາ 2022 ໄດ້ມີຄົນຮ້າຍ( ຮູບຕາມກ້ອງວົງຈອນ ) ຈີ້ຍິງສາວ ອາຍຸ 30 ປີ, ຢຸ່ເຮືອນຮ່ອມ 3 ບ້ານດົງນາໂຊກເຫນືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ບັງຄັບເມືອເຮືອນ ແລ້ວບອກລະຫັດໄຂຕູ້ເຊັບກວດເອົາຊັບສິນມີຄ່າຫລົບຫນີ.
ເຫດການໃນເບື້ອງຕົ້ນ ຜູ້ເສຍຫາຍໄດ້ຂັບລົດ ໂຕໂຍຕ້າ ແລນກຸຍເຊິ້ມາກິນຢູ່ຮ້ານແຄມຂອງ ເຊີ່ງເປັນຮ້ານສຸດທ້າຍ.
ພໍຮອດທ່ຽງຄືນ ຜູ້ຍິງ ຈະກັບເຮືອນ ຍ່າງມາຫາລົດຢູ່ບ່ອນຈອດລົດ, ໃນຂະນະນັ້ນໂຈນໄດ້ ຫລັກລໍຢູ່ ໄດ້ເອົາປຶນຈິ້ຜູ້ກ່ຽວບັງຄັບໃຫ້ພາເມືອເຮືອນ ພໍຮອດເຮືອນບັງຄັບໃຫ້ບອກລະຫັດຕູ້ເຊັບຢູ່ຊັ້ນລຸ່ມເຮືນ ຈາກນັ້ນ ກໍໄຂເອົາຊັບສິນທີ່ມີຄ່າ, ໃນຂະນະນັ້ນ ພໍ່ຜູ້ເສຍຫາຍ ທີ່ນອນຢູ່ຊັ້ນສອງຂອງເຮືອນ ໄດ້ຍິງສຽງຈິ່ງໄດ້ຂັດຂວາງ ແຕ່ຖືກຄົນຮ້າຍຍິງປືນໃສ່ ແຕ່ບໍ່ຖືກ ຈາກນັ້ນຄົນຮ້າຍກໍຂີ່ລົດຫລົບຫນີ ໂດຍນຳໃຊ້ລົດກະບະ ແລະ ລົດເກັງ ລວມ 2 ຄັນ ໃນການກໍ່ເຫດ.