ຄົນເກີດວັນອາທິດ:ການງານຕ້ອງລະວັງເລື່ອງເອກະສານສັນຍາໃຫ້ຫຼາຍເພາະອາດມີບັນຫາເລື່ອງຂອງເອກະສານ ການເງິນຈະໄດ້ໂຊກຈາກຜູ້ໃຫຍ່ເຂົ້າມາອຸປະຖໍາເລື່ອງການເງິນ ຄວາມຮັກໄດ້ພົບຮັກກັບຄົນອາຍຸຕ່າງກັນເຂົ້າມາຮູ້ຈັກກັນແບບບັງເອີນ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີບົວ ເລກນຳໂຊກ8
ຄົນເກີດວັນຈັນ:ການງານການເຮັດທຸລະກິດວຽກງານບໍລິການຈະປະສົບຄວາມສຳເລັດ ການເງິນຈະໄດ້ເງິນເພີ່ມຫຼາຍຂຶ້ນເພາະຄວາມສາມາດຂອງທ່ານເອງ ຄວາມຮັກເປັນຊ່ວງເວລາທີ່ຈະເບິ່ງໃຈກັນ ແຕ່ຕ້ອງລະວັງເລື່ອງຂອງອາລົມ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ 6
ຄົນເກີດວັນອັງຄານ:ການງານເຮັດທຸລະກິດການຄ້າຈະໄດ້ຜົນກຳໄລຫລາຍໃນຊ່ວງນີ້ ການເງິນຕ້ອງລະວັງເລື່ອງລາຍຈ່າຍ ເພາະທ່ານຍັງຄອບຄຸມລາຍຈ່າຍບໍ່ໄດ້ ຄວາມຮັກຕ້ອງສຶກສາກັນໃຫ້ຫຼາຍກວ່າເກົ່າ ເພາະອາດມີບາງຢ່າງທີ່ຍັງບໍ່ລົງຕົວໃນເລື່ອງການເຈລະຈາ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ3
ຄົນເກີດວັນພຸດ:ການງານຈະໄດ້ເງິນມາລົງທຶນໃນການເຮັດທຸລະກິດແຕ່ຕ້ອງລະວັງເລື່ອງຂອງເວລາ ການເງິນຈະໄດ້ຮັບຂ່າວດີໃນເລື່ອງການເງິນ ຄວາມຮັກໄດ້ພົບຮັກກັບຄົົນທີ່ຊື່ສຽງກຽດຕິຍົດທີ່ດີ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີແດງ ເລກນຳໂຊກ7
ຄົນເກີດວັນພະຫັດ:ການງານພົບສະຖານນະການຄຽດໃນເລື່ອງການງານ ການເງິນຄວນປະຢັດໃນການໃຊ້ຈ່າຍເງິນໃຫ້ຫຼາຍຂື້ນ ຄວາມຮັກອອກເດິນທາງທ່ອງທ່ຽວໃນສະຖານທີ່ສວຍງາມອາດໄດ້ພົບຮັກໃໝ່
ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີເຫຼືອງ ເລກນຳໂຊກ 9
ຄົນເກີດວັນສຸກ:ການງານພົບບັນຫາອຸປະສັກເຂົ້າມາໃຫ້ແກ້ໄຂຢູ່ຕະຫຼອດເວລາ ການເງິນໄດ້ເງິນຈາກຄວາມສາມາດຂອງທ່ານເອງ ຄວາມຮັກໄດ້ພົບຄົນຜິວຂາວແຕ່ອາດຍັງບໍ່ແມ່ນເນື້ອຄູ່ຂອງທ່ານ
ເຄື່ອງມຸງຄຸນ ເພັດສີຂາວ ສີມຸງຄຸນສີຟ້າ ເລກນຳໂຊກ 2
ຄົນເກີດວັນເສົາ:ການງານຢູ່ໃນຊ່ວງປັບໜ້າວຽກໃໝ່ ອາດບໍ່ມີເວລາຄືທີ່ຜ່ານມາ ການເງິນໄດ້ຮັບເງິນກ້ອນໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກຕ້ອງລະວັງເລື່ອງຄໍາເວົ້າກັບຄົນຮັກໃຫ້ຫຼາຍ ເພາະອາດເຮັດໃຫ້ຄົນຮັກເສຍໃຈ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີຂຽວ ເລກນຳໂຊກ9