ຄົນເກີດວັນຈັນ:ການງານສ້າງຜົນງານຜະລິດໄດ້ຕາມເປົ້າໝາຍຄວນສ້າງກໍາໄລໃນໄລຍະນີ້ຈະເຮັດໃຫ້ທ່ານເກັ່ງຂື້ນ ການເງິນໄດ້ເງິນເຂົ້າມາກໍຕ້ອງມີເຫດຕ້ອງໃຊ້ຈ່າຍອອກໄປທັນທີ ຄວາມຮັກໄດ້ພົບຮັກແທ້ຄົນເກັ່ງ ມີຄວາມສາມາດເຂົ້າມາໃຫ້ທ່ານໄດ້ຮູ້ຈັກເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີບົວ ເລກນຳໂຊກ 8
ຄົນເກີດວັນອັງຄານ:ການງານເຮັດວຽກດ້ານທຸລະກິດວົງກັບຄົນດັງຈະເຮັດໃຫ້ທ່ານມີປະສົບການຫຼາຍຂື້ນ ການເງິນລາຍຈ່າຍຫຼາຍຕົນບໍ່ມີເວລາຄອບຄຸມເງິນໄດ້ຄືແຕ່ກ່ອນ ຄວາມຮັກບໍ່ມີເວລາໃຫ້ຄົນຮັກ ຕ້ອງລະວັງເລື່ອງຂອງອາລົມ ແລະ ຄໍາເວົ້າໃຫ້ຫຼາຍ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ8
ຄົນເກີດວັນພຸດ:ການງານຕິດຂັດອຸປະສັກໃນເລື່ອງການຕິດຕໍ່ປະສານງານ ການເງິນພົບອຸປະສັກກ່ອນແລ້ວຈະໄດ້ຮັບໂຊກໃຫຍ່ເຂົ້າມາ ຄວາມຮັກເກີດຄວາມກັງວົນໃນເລື່ອງຄົນຮັກເຮັດສິ່ງທີ່ທ່ານບໍ່ມັກ
ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີຂຽວ ເລກນຳໂຊກ5
ຄົນເກີດວັນພະຫັດ:ການງານເຮັດວຽກຕິດຕໍ່ກັບຄົນຕ່າງຊາດ ຈະເຮັດໃຫທ່ານປະສົບຄວາມສຳເລັດ ການເງິນການເປັນຄົົນທີ່ມີຄວາມເມດຕາ ຈະເຮັດໃຫ້ໄດ້ຮັບໂຊກແບບບໍ່ຄາດຝັນສະເໝີ ຄວາມຮັກຄວາມສຳພັນຖືກພັດທະນາຢູ່ຕະຫຼອດເວລາ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີຟ້າ ເລກນຳໂຊກ 6
ຄົນເກີດວັນສຸກ:ການງານໃຊ້ປະສົບການທີ່ຜ່ານມາ ແກ້ໄຂບັນຫາສະເພາະໜ້າໄດ້ດີ ການເງິນຈະໃຊ້ເງິນຫລາຍກວ່າປົກກະຕິ ຄວາມຮັກມີໂອກາດໄດ້ພົບຄົນຮັກເກົ່າເຂົ້າມາໃຫ້ທ່ານຮູ້ສຶກຄິດຮອດ ເຄື່ອງມຸງຄຸນ ຫິນນໍາໂຊກສີບົວ ສີມຸງຄຸນສີຂາວ ເລກນຳໂຊກ 6
ຄົນເກີດວັນເສົາ:ການງານເກີດການປ່ຽນແປງຍົກຍ້າຍໃນເລື່ອງຂອງວຽກງານ ການເງິນຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກໄດ້ພົບຄົນຜິວສອງສີອາດເປັນຄົນທີ່ທ່ານເອງກໍຮູ້ຈັກ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີສົ້ມ ເລກນຳໂຊກ6