“ຕ້ອງມີລາຍໄດ້ຫລາຍທາງ” ນໍ້າເລີ່ມຈາກ 0 ພໍ່ເສຍແຕ່ອາຍຸ 14, ດິ້ນລົນກັບແມ່ຫາເງິນປຸກເຮືອນ ຕອນນີ້ມີຫ້ອງແຖວເປັນຂອງຕົນເອງ

    0
    141

    ລູກນໍ້າໂພສ ກັບຄຳເວົ້າທີ່ວ່າ “ຕ້ອງມີລາຍໄດ້ເຂົ້າຫລາຍທາງ ຄຳນີ້ໃຊ້ໄດ້ສະເຫມີ”ເພາະຖ້າຫາກທາງຫນຶ່ງຕິດຂັດ ກາຍັງເຫລືອທາງອື່ນໆຢູ່


    ຄວາມຝັນຂອງຜູ້ຍິງໂຕນ້ອຍໆຄົນຫນຶ່ງ ທີ່ຢາກມີລາຍໄດ້ເຂົ້າທຸກເດືອນ ໂດຍທີ່ບໍ່ຕ້ອງເຮັດຫຍັງຫລາຍ ສຳເລັດໄປອິກຂັ້ນແລ້ວນ້ຳບໍ່ໄດ້ເກີດມາລວຍ ເລິ່ມຈາກ 0 ຕ້ອງດິ້ນລົນກັບແມ່ 2ຄົນ ພໍ່ເສຍຕັ້ງແຕ່ 14ປີ ເລິ່ມຫາເງິນແຕ່ 16ປີ ເລິ່ມປຸກບ້ານເອງຕອນ 21 ປີ 23 ປີປຸກແລ້ວ ປຸກຫ້ອງແຖວ 2-3ປີ ຈຶ່ງແລ້ວ ເພາະຫາໄດ້ລະກາເອົາມາປຸກຫ້ອງແຖວ
    ຫຍຸດການຫລິ້ນກິນທຸກຢ່າງທີ່ບໍ່ຈຳເປັນ ເງິນກ້ອນທຳອິດທີ່ເອົາມາປຸກຈື່ໄດ້ວ່າມີ 30 ລ້ານກີບ ເອົາມາ ຕັ້ງເສົາ (ຕອນນັ້ນເຄື່ອງບໍ່ແພງຫລາຍ)ລະໄດ້ເງິນ ພີເຊັນເຕີ້ ໄດ້ເງິນອອກງານ ກາຄ່ອຍໆ ເອົາມາປຸກເທື່ອລະຫນ້ອຍ ບໍ່ໄດ້ມີເງິນກ້ອນໃຫຍ່ໆເລີຍ ບາງທີ່ ມີ 5-10ລ້ານ ກາເອົາມາຊື້ເຄື່ອງປະໄວ້ ຖືວ່າເປັນຄວາມໂຊກດີອີກຢ່າງຫນຶ່ງທີ່ຄິດໄດ້ໄວ້
    ແຕ່ກ່ອນກາມີຄວາມຄິດ ມີເງິນລະຢາກຊື້ລົດຫລູໆມາຂີ່ ບໍ່ຢາກຂີ້ລົດເກົ່າ ແຕ່ດຽວນີ້ ລົດ ຄ່ອຍເອົາໄວ້ຕອນທີ່ມີເຫລືອລະຈັ່ງຊື້ກາໄດ້ ມີເງິນເຕັມຖົງ ກາພໍມີອ້າຍທີ່ຮູ້ຈັກຄົນຫນຶ່ງ ມາທັກຕອນກຳລັງຈະຂຶ້ນລົດ ເລົາວ່າ ນ້ອງຍັງຂີ່ລົດຄັນເກົ່າ ຢູ່ເນາະ ຖາມວ່ານ້ອຍໃຈບໍ່ ບໍ່ເລີຍ ເພາະ ເຮົາຄິດວ່າເຮົາຕັດສິນໃຈດີທີ່ສຸດແລ້ວທີ່ເອົາເງິນມາລົງທຸນສ້າງທຸລະກິດໄວ້ໃນອານາຄົດເຮົາ
    ຂອບໃຈທີ່ອ່ານຈົນຈົບ ປົກກະຕິກາບໍ່ຄ່ອຍໄດ້ໂພດຫຍັງແບບນີ້ ດົນໆເທື່ອດອກຂອບໃຈທີ່ຄອຍຊັບພອດຕະຫລອດ ເດີ້
    ຈາກ: Louknum Thidalat Vongsili

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.