ຂົວເຊສະໝູ ຢູ່ ເມືອງເຊໂປນ ແຂວງສະຫວັນນະເຂດ ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າໃນການກໍ່ສ້າງຈາກລັດຖະບານເຢຍລະມັນ ລວມມູນຄ່າ10 ຕື້ກີບ ໄດ້ສ້າງສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການເມື່ອມໍ່ໆມານີ້ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ບົວຄາດ ຮິນ ຫົວໜ້າພະແນກ ພັດທະນາຕົວເມືອງ ແລະ ການຂົນສົ່ງໃນຂົງເຂດອາຊີ
ຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງ ໃຕ້ຫ້ອງການ KFW ປະຈຳສຳ ນັກງານໃຫຍ່ ຢູ່ປະເທດເຢຍລະມັນ ພ້ອມທີມງານ ຊຶ່ງຂົວດັ່ງກ່າວມີຄວາມຍາວ 120 ແມັດ, ກວ້າງ 5 ແມັດ.
ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ກ່າວໃນພິທີວ່າ: ນັບແຕ່ທ້າຍປີ 2017 ເປັນຕົ້ນມາ ແຂວງສະຫວັນນະເຂດ ໄດ້ຮັບທຶນຊ່ວຍເຫຼືອລ້າເຂົ້າໃນການກໍ່ສ້າງພື້ນຖານໂຄງ
ລ່າງທາງຊົນນະບົດໄລຍະ 1 ຈາກລັດຖະບານ ກໍ່ຄືປະຊາຊົນເຢຍລະມັນ ຢູ່ 2 ເມືອງທຸກຍາກຂອງແຂວງຄື: ເມືອງເຊໂປນ ແລະ ເມືອງນອງ, ເຊິ່ງມີລວງຍາວທັງໝົດ 57,7 ກິໂລແມັດ. ນອກຈາກກໍ່ສ້າງທາງຊົນນະບົດແລ້ວ, ທາງໂຄງການ ຍັງໄດ້ສ້ອມແປງໂຮງຮຽນປະຖົມ 5 ແຫ່ງ, ລວມງົບປະມານທັງໝົດ 6.264.000 ເອີໂຣ, ພິເສດ ຍັງໄດ້ງົບປະມານຈາກໂຄງການຟື້ນຟູພື້ນຖານໂຄງລ່າງ
ພາກໃຕ້ RISL ອີກຈຳນວນ 10 ຕື້ກີບ ເພ່ືອກໍ່ສ້າງຂົວເຊສະໝູ. ການຊ່ວຍເຫຼືອດັ່ງກ່າວນີ້ມີຄວາມສຳຄັນຫຼາຍ ແລະ ມີມູນຄ່າສູງໃນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ເມືອງນອງ ແລະ ເຊໂປນ, ເປັນການສ້າງສິ່ງອຳນວຍໃຫ້ແກ່ການດຳລົງຊີວິດ, ການທຳການຜະລິດ, ການຈໍລະຈອນສິນຄ້າ ແລະ ການເຂົ້າເຖິງການສຶກສາສາທາລະນະສຸກ ແລະ ອື່ນໆ.
ເນື່ອງໃນໂອກາດດັ່ງກ່າວ, ທ່ານ ວົງສະຫວັນ ວຽງມະນີ ເຈົ້່າເມືອງເຊໂປນ ກໍ່ຕາງໜ້າໃຫ້ຄະນະນຳຂອງເມືອງ ໄດ້ກ່າວສະແດງຄວາມຮູ້ບຸນຄຸນຕໍ່ຄະນະຜູ້ແທນຈາກທະນາຄານເພື່ອການພັດທະນາ(KFW) ກໍ່ຄືລັດຖະບານເຢຍລະມັນ ແລະ ການນຳພັກ-ລັດທຸກຂັ້ນ ທີ່ໄດ້ເອົາໃຈໃສ່ພັດທະນາດ້ານຖະໜົນຫົນທາງ ແລະ ຂົວຂ້າມນ້ຳເຊສະໝູ, ຂົວຈົມສະແລນ ຈົນສາມາດແກ້ໄຂບັນຫາຄວາມຫຍຸ້ງຍາກໃນການ
ໄປມາຫາສູ່ຕາມເສັ້ນທາງລະຫວ່າງເທສະບານເມືອງ ຫາຈຸດສຸມ, ຫາບ້ານ ແລະ ບ້ານຕໍ່ບ້ານ ແລະ ປະຊາຊົນໃນຫຼາຍບ້ານດີຂຶ້ນກວ່າເກົ່າ. ພາຍຫຼັງສຳເລັດໃນການກໍ່ສ້າງເສັ້ນທາງໝາຍເລກ PR 6306 (ບ້ານດົງສະຫວັນ-ຈຸດສຸມລະໂກ) ປະຊາຊົນທົ່ວເມືອງເຊໂປນໃນ 88 ບ້ານ, 64.850 ຄົນ ເວົ້າສະເພາະປະຊາຊົນທີ່ອາໄສລຽບເສັ້ນທາງດັ່ງກ່າວ ຈຳນວນ 18 ບ້ານ, 1.002 ຄອບຄົວ, 50.326
ຄົນ ແມ່ນໄດ້ຮັບຜົນປະໂຫຍດໂດຍກົງຫຼາຍດ້ານ. ພ້ອມດຽວກັນນີ້, ເສັ້ນທາງດັ່ງກ່າວ ຍັງເປັນການເຊື່ອມຕໍ່ກັບເມືອງເຮືອງຮວາ ແຂວງກວາງຈິ ແລະ ເມືອງເລຖູ້ຍ ແຂວງກວາງບິງ ສສ ຫວຽດນາມ. ສະນັ້ນ, ພາຍຫຼັງທີ່ເສັ້ນທາງດັ່ງກ່າວ ໄດ້ຮັບການກໍ່ສ້າງ ໂດຍລວມມີຂົວເຊສະໝູ ແລະ ຂົວຈົມສະແລນ ຈະເຮັດໃຫ້ປະຊາຊົນ ສາມາດໄປມາຫາສູ່ກັນໄດ້ຕະຫຼອດ 24 ຊົ່ວໂມງໃນທັງສອງລະດູ.
ຂ່າວ-ພາບ: ສະຫວັນ ພັດທະນາຂ່າວ