ຄົນເກີດວັນອາທິດ:ການງານພົບຄວາມຈະເລີນຮຸ່ງເຮືອງກ້າວໜ້າໃນເລື່ອງເອກະສານສັນຍາ ການເງິນມີທັງຮັບ ແລະ ຈ່າຍ ໃນຊ່ວງເວລາດຽວກັນ ຄວາມຮັກຍັງບໍ່ມີເວລາໃຫ້ຄົນຮັກ ເພາະເວລາຂອງທ່ານແລະຄົນຮັກອາດບໍ່ຕົງກັນ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ9
ຄົນເກີດວັນຈັນ:ການງານພົບສະຖານນະການຄຽດ ແຕ່ກໍແກ້ໄຂບັນຫາໄດ້ດີໃນເລື່ອງຫນ້າວຽກ ການເງິນພົບເລື່ອງເສຍເງິນອອກໄປຈໍານວນຫຼາຍ ແລ້ວກໍຫາເຂົ້າມາເພີ່ມຫລາຍຂຶ້ນ ຄວາມຮັກພົບຂ່າວດີໃນເລື່ອງຄວາມຮັກອາດໃຫ້ເຮັດທ່ານມີຄວາມສຸກ ເຄື່ອງມຸງຄຸນ ໄຂ່ມູກ ສີມຸງຄຸນສີແດງ ເລກນຳໂຊກ 9
ຄົນເກີດວັນອັງຄານ:ການງານພົບຂ່າວດີເລື່ອງຂອງການງານ ມີເວລາໄດ້ພັກຜ່ອນຫຼາຍຂື້ນ ການເງິນມີຄວາມເປັນອິດສະຫລະໃນການໃຊ້ເງິນແຕ່ຄວາມເກັບເງິນແດ່ ຄວາມຮັກໄດ້ພົບຮັກກັບຄົນຕ່າງຊາດ ຮູ້ຈັກກັນແບບບັງເອີນ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນສີຂາວ ເລກນຳໂຊກ6
ຄົນເກີດວັນພຸດ:ການງານໄດ້ເຮັດວຽກກ່ຽວຂ້ອງກັບຕົວເລກ ແລະ ການຄິດໄລ່ ສ້າງຜົນງານໄດ້ໂດດເດັ່ນໃຫ້ທ່ານໄດ້ດີ ການເງິນຈະມີໂຊກຈາກຄົນທາງໄກເຂົ້າມາອຸປະຖໍາທາງດ້ານການເງິນ ຄວາມຮັກ ເດີນທາງໄກອາດເຮັດໃຫ້ທ່ານກັບຄົນຮັກມີບັນຫາກັນ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ9
ຄົນເກີດວັນພະຫັດ:ການງານຕ້ອງເຮັດວຽກກັບທຸລະກິດສ່ວນຕົວ ອາດເຮັດໃຫ້ທ່ານບໍ່ມີເວລາພຽງພໍ ການເງິນອາດໄດ້ໃຊ້ເງິນຊື້ສິ່ງຂອງທີ່ຈໍາເປັນເຂົ້າມາໃນຊ່ວງນີ້ ຄວາມຮັກຢູ່ໃນເກນມີຄວາມສຸກກັບຄົນທີ່ທ່ານຮັກ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີດໍາ ເລກນຳໂຊກ 1
ຄົນເກີດວັນສຸກ:ການງານໃຊ້ປະສົບການເກົ່າມາປະຍຸກໃຊ້ໃນການສ້າງຄວາມສຳເລັດໃຫ້ຕົນເອງ ການເງິນດວງດີໄດ້ຮັບໂຊກເຂົ້າມາໃນຊ່ວງນີ້ ຄວາມຮັກໃຊ້ຊີວິດໃນຮູບແບບອິດສະຫລະຫລາຍກວ່າຈະຢຶດຕິດຢູ່ກັບໃຜ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີບົວ ເລກນຳໂຊກ 9
ຄົນເກີດວັນເສົາ:ການງານໃຊ້ເງິນລົງທຶນໃນການເລີ່ມສ້າງທຸລະເລີ່ມຈາກກິດຈະການທ່ອງທ່ຽວອາດເຮັດໃຫ້ທ່ານໄປໄດ້ດີ ການເງິນມີໂອກາດໄດ້ເງິນເຂົ້າມາໃນຈໍານວນໜື່ງ ຄວາມຮັກໄດ້ພົບຄົນໃຈບຸນ ບຸກຄົນທີ່ທ່ານເອງກໍຮູ້ຈັກມາກ່ອນ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນສີຂຽວ ເລກນຳໂຊກ9