ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ແຜ່ຂະຫຍາຍໄປທົ່ວໂລກ ແຕ່ລະປະເທດກໍ່ພາກັນເຝົ້າລະວັງ ພາກັນປິດປະເທດໄປປະມານ 2 ປີປາຍ ການໄປມາຫາກັນລະຫ່ວາງປະເທດກໍ່ໄປມາຍາກກ່ວາແຕ່ກ່ອນການລະບາດໂຄວິດຫຼາຍ ແຕ່ປັດຈຸບັນນີ້ ເມື່ອພະຍາດໂຄວິດຊາ ຫຼື ເປັນໂລກລະບາດແບບທ້ອງຖິ່ນ ໂດຍໃຊ້ຊີວິດກັນແບບທຳມະດາ ຄືກັບໂຄວິດເປັນໂລກໄຂ້ຫັວດທຳມະດາທີ່ສາມາດປິ່ນປົວເອງ
ໄດ້ແລ້ວ ຫາກບໍ່ມີອາການໜັກ ແລະລ່າສຸດຫຼາຍປະເທດກໍ່ພາກັນເລີ້ມເປີດປະເທດ ແລະຫຼຸດຜ່ອນມາດຕະການຕ່າງໆລົງ ເຮັດໃຫ້ຕອນນີ້ ປະເທດລາວເຮົາກໍ່ເປັນອີກປະເທດໜຶ່ງທີ່ເປີດປະເທດເຊັ່ນດຽວກັນ ແລະລ່າສຸດເມື່ອບໍ່ດົນມານີ້ ກໍ່ເລີ້ມມີນັກທ່ອງທ່ຽວເລີ້ມມາທ່ຽວລາວເຮົາຫຼາຍຂື້ນ ເນື້ອງຈາກສະຖານະການເງີນກີບອ່ອນຄ່າແນ່ ຍິ່ງຢາກເຮັດໃຫ້ນັກທ່ອງທ່ຽວປະເທດເພື່ອນບ້ານຢາກເຂົ້າມາ
ທ່ຽ%ລາວຫຼາຍຂື້ນ ລ່າສຸດນັກຮ້ອງທີ່ມີຊື່ສ່ຽງໂດ່ງດັງຈາກປະເທດໄທ ກໍ່ຄືກ້ອງຫ້ວຍໄລ່ ແລະ ພັນລະຍາໄດ້ມາທ່ຽວປະເທດລາວ ແລະຈາກໂພສຂອງ ນັກຮ້ອງ ຂະນິດຖາ ເຂັມມະນິດ ແລະ ກ້ອງ ຫ້ວຍໄລ່ ຄູ່ຮັກ ນັກຮ້ອງ ສຽງດີ ພໍ່ແມ່ລູກ 2 ທີ່ກໍມາທ່ຽວປະເທດລາວເຊັ່ນກັນ ໂດຍເຈົ້າໂຕໂພສວ່າ
มื้อคืนม่วนแฮง คนหลายจนล้นร้าน ขอบใจหลายที่ยังฮักแพงข่อยเด้อ ดีใจ ที่ทุกคนยังฮ้องเพลงข่อยได้ทุกเพลง เถื่อแรกในรอบสามปีโควิด … เมอเฮ็ดเวียกก่อน ไว้พ้อกันใหม่ ขอบใจเป็นอย่างหองโดย
ຈັ່ງໃດກໍ່ຂໍຕອນຮັບສູ່ປະເທດລາວເດີ້ ມີໂອກາດແລ້ວມາທ່ຽວປະເທດລາວອີກເດີ້ ຄົນລາວຍິນດີຕ້ອນຮັບສະເໝີ
ຄູ່ຮັກນັກຮ້ອງດັງໄທ ທ່ຽວລາວ ຍິນດີຕ້ອນຮັັບເດີ້ ກ້ອງ ຫ້ວຍໄລ່ ແລະ ພັນລະຍາ ເບວ ຂະນິດຖາ
ຈາກ: ฐา ขนิษ