ບັນຍາກາດ ຕອນເຊົ້າວັນທີ 25/06/2022 ຕາມເສັ້ນທາງຫລວງ ຫນ້າວັດສຼີບຸນເຮືອງ ວັດສຼີມຸງຄຸລ ວັດສົບ ວັດແສນ ໂຮງຮຽນຫລວງ…
.
ແມ່ນມີນັກທ່ອງທ່ຽວຈາກເມືອງໄທ ມາໃສ່ບາດໃຫ້ສາທຸ ເຈົ້າມ່ອມ ແລະອ້າຍຈົວ ເປັນຈຳນວນຫລວງຫລາຍ
.
ຫລັງຈາກລາວເຮົາເປີດປະເທດ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ມານີ້ ແຂວງຫລວງພຣະບາງ ກໍ່ເລີ່ມມີແຂກ ໂດຍສະເພາະແຂກ
ຈາກພີ່ນ້ອງເມືອງໄທ ເດີນທາງມາທາງລົດໄຟ ລາວ-ຈີນ ຈາກນະຄອນຫລວງວຽງຈັນ ມາຫລວງພຣະບາງ ເຮົາ 40-50% ແມ່ນຜູ້ໂດຍສານ ຈາກປະເທດໄທ
.
ເຊິ່ງເຮັດໃຫ້ຫລວງພຣະບາງມີຄວາມຄືກຄຶ້ນ ພ້ອມທັງເມືອງວັງວຽງ ແລະຫນອງຂຽວເມືອງງອຍ ກໍ່ຄຶກຄັກຂຶ້ນຫລາຍກວ່າແຕ່ເກົ່າ.
ຂໍຂອບໃຈຮູບພາບຈາກສາທຸ : Bounhao Panyasouk