ຄົນເກີດວັນອາທິດ:ການງານການເຮັດທຸລະກິດຈະເກີດຄວາມຜິດພາດໃນເລື່ອງການເຈລະຈາ ການເງິນພົບບັນຫາໃນການໝຸນເງິນທີ່ຈໍາເປັນອອກມາໃຊ້ ຄວາມຮັກໄດ້ພົບຄົນທີ່ຖືກໃຈເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ5
ຄົນເກີດວັນຈັນ:ການງານໃຊ້ຄວາມສ້າງສັນບວກກັບຈິນຕະນາການ ສ້າງຜົນງານໄດ້ໂດດເດັ່ນ ການເງິນມື້ນີ້ໂຊກດີມີຄົນທີ່ຮັກເຂົ້າມາຊ່ວຍເຫຼືອທ່ານ ຄວາມຮັກມີໂອກາດໄດ້ພົບຄົນຜິວຂາວມີຄວາມສາມາດເປັນຄົນທີ່ເກັ່ງ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີຂາວ ເລກນຳໂຊກ 6
ຄົນເກີດວັນອັງຄານ:ການງານສາມາດສ້າງຜົນງານໄດ້ໂດດເດັ່ນໃນເລື່ອງການໃຊ້ຄວາມສາມາດເຮັດວຽກ ການເງິນຈະໄດ້ຈາກຄວາມສ້າງສັນຂອງຕົນເອງໃນການໄດ້ເງິນເຂົ້າມາໃຊ້ຈ່າຍ ຄວາມຮັກພັດທະນາຄວາມສຳພັນຢູ່ໃນເກນທີ່ດີໃນເລື່ອງຂອງຄວາມຮັກ ເຄື່ອງມຸງຄຸນ ສີຂາວ ສີມຸງຄຸນສີສົ້ມ ເລກນຳໂຊກ9
ຄົນເກີດວັນພຸດ:ການງານເຮັດທຸລະກິດທີ່ຕົນເອງມີຄວາມມັກ ລົງທຶນນ້ອຍ ແຕ່ໄດ້ກຳໄລງາມ ການເງິນມີໂຊກຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກ ໄດ້ພົບຮັກທີ່ມີຄວາມສາມາດ ເປັນຄົນທີ່ໃຜໆກໍຢາກໄດ້ ເຄື່ອງມຸງຄຸນ ແຫວນ ສີມຸງຄຸນສີເຫຼືອງ ເລກນຳໂຊກ4
ຄົນເກີດວັນພະຫັດ:ການງານມີໂອກາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງໃນເລື່ອງວຽກງານ ການເງິນຕ້ອງມີຄວາມອົດທົນໃນການໃຊ້ເງິນໃຫ້ຫຼາຍກວ່ານີ້ ຄວາມຮັກຢູ່ໃນເກນທີ່ຕ້ອງລະວັງເລື່ອງຄໍາເວົ້າໃຫ້ຫຼາຍອາດເຮັດໃຫ້ຄົນຮັກເສຍໃຈ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີບົວ ເລກນຳໂຊກ 9
ຄົນເກີດວັນສຸກ:ການງານເຮັດທຸລະກິດກັບຫຸ້ນສ່ວນອາດຖືກໂກງ ການເງິນມີໂອກາດໄດ້ຮັບເງິນຈາກຄວາມສາມາດພິເສດຂອງທ່ານເອງ ຄວາມຮັກໄດ້ພົບຜູ້ໃຫຍ່ໃຈດີເຂົ້າມາເຈລະຈາເລື່ອງຄວາມຮັກ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນສີສົ້ມ ເລກນຳໂຊກ 5
ຄົນເກີດວັນເສົາ:ການງານການເຈລະຈາຕໍ່ລອງທຸລະກິດ ຈະປະສົບຄວາມສຳເລັດ ການເງິນໂຊກດີຈະໄດ້ຮັບເງິນເຂົ້າມາໃຊ້ຈ່າຍ ຄວາມຮັກມີໂອກາດໄດ້ພົບຄົນອາລົມຮ້ອນອາດເຮັດໃຫ້ທ່ານຮູ້ສຶກບໍ່ໂອເຄ
ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີເທົາ ເລກນຳໂຊກ7