ສານປະຊາຊົນແຂວງຄຳມ່ວນ ຕັດສິນຈຳເລີຍ ລັກລອບຂົນ ກ ັ ນ ຊ າ 90 ແທ່ງ ຈຳຄຸກ 7 ປີ ປັບໃໝ 10.000. 000 ກີບ.

    0
    167

    ທ້າວ ຈາມົວ ( ຈຳເລີຍ ) ອາຍຸ 27 ປີ ຢູ່ບ້ານໜອງສອງຫ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຖືກຄະນະສານອາຍາ ແຂວງຄຳມ່ວນ ຕັດສິນຈຳຄຸກ 7 ປີ ພ້ອມທັງປັບໃໝ 10 ລ້ານ ກີບ. ໃນສະຖານການຂົນກ ັ ນ ຊ າແຫ້ງ 90 ແທ່ງ ນໍ້າໜັກ 69 ກິໂລກຼາມ.

    ໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຖະແຫຼງສໍານວນຄະດີຕໍ່ຄະນະສານໄດ້ຮັບຮູ້ໃນວັນທີ 13 ມິຖຸນາ 2022, ຄະດີດັ່ງກ່າວເກີດຂຶ້ນໃນຄັ້ງວັນທີ 2 ພະຈິກ 2021 ໃນຂະນະທີ່ທ້າວ ຈາມົວ (ຈຳເລີຍ) ໄດ້ຂັບຂີ່ລົດຮຸນໄດ ຍີ່ຫໍ້ລີບີໂລ້ ສີຂາວ ປ້າຍທະບຽນ ກຂ 6032 ຈຳປາສັກ ໄປຮັບເອົາກ ັ ນ ຊ າຢູ່ຢູ່ເຮືອນຂອງທ້າວ ເສີຊົງ ປະຊາຊົນເມືອງຄຳເກີດ ແຂວງບໍລິຄຳໄຊ ເພື່ອໄປສົ່ງໃຫ້ຜູ້ຮ່ວມຂະບວນການຢູ່ທາງແບ່ງຫຼັກຊາວ. ພໍຜູ້ກ່ຽວຂັບຂີ່ລົດມາ ຮອດຈຸດກວດກາ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງຄູນຄຳ ແຂວງຄຳມ່ວນ ໄດ້ສັ່ງຢຸດກວດເອກະສານ ແລະ ທຳການຂໍກວດກາລົດຄັນດັ່ງກ່າວ ແລະ ພົບພົບເຫັນກ ັ ນ ຊ າແຫ້ງ ຈຳນວນ 90 ແທ່ງ ນ້ຳໜັກ 69 ກິໂລກຼາມ. ດັ່ງນັ້ນ; ທາງເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວຜູ້ກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍ.

    ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສ ເຫັນວ່າ ມີຂໍ້ ມູນຫຼັກຖານໜັກແໜ້ນພຽງພໍທີ່ສາມາດຢັ້ງຢືນວ່າ: ທ້າວ ຈາມົວ ( ຈຳເລີຍ ) ແມ່ນມີ ເຈຕະນາກະທຳຜິດໃນສະຖານການຂົນສົ່ງກ ັ ນ ຊ າແຫ່ງ ຕາມມາດຕາ 318 ວັກ 5 ຂອງປະມວນກົດໝາຍອາຍາ ທີ່ລະບຸ ໄວ້ວ່າ: ບຸກຄົນໃດຫາກຜະລິດ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນຳເຂົ້າ, ສົ່ງອອກ ຫຼື ນໍາຄັນຊາແຫ້ງຜ່ານ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ເພື່ອຄ້າຂາຍເປັນອາຈີນ ຫຼື ມີ ການຈັດຕັ້ງເປັນກຸ່ມ ຫຼື ມີກ ັ ນ ຊ າແຫ້ງ ເກີນກວ່າສິບ (10) ກິໂລກຼາມຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 5 ປີ ຫາ 10 ປີ ແລະ ຈະຖືກປັບໃໝແຕ່ 20.000.000 ກີບ ຫາ 50.000.000 ກີບ.

    ດັ່ງນັ້ນ, ສານຈຶ່ງເຫັນຄວນໃຫ້ຜູ້ ກ່ຽວມີຄວາມຮັບຜິດຊອບທາງອາຍາ ຕາມລະບຽບກົດໝາຍລົງໂທດຕັດອິດ ສະຫຼະພາບ ທ້າວ ຈາມົວ ( ຈຳເລີຍ )ຈຳຄຸກ 7 ປີ ພ້ອມທັງປັບໃໝ 10.000. 000 ກີບ.

    ສ່ວນຜູ້ຮ່ວມຂະບວນການປັດຈຸ ບັນທາງເຈົ້າໜ້າທີ່ວິຊາສະເພາະ ໄດ້ຂະຫຍາຍຜົນຕິດຕາມນຳຈັບຕົວພວກກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.