ວັນທີ 15-17 ມິຖຸນານີ້, ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສາມາດມ້າງຄະດີຢ າ ເ ສ ບ ຕ ິ ດໄດ້ 2 ເລື່ອງ ກັກຕົວຜູ້ຖືກຫາໄດ້ 5 ຄົນພ້ອມຂອງກາງຢ າ ບ ້ າ 66 ພັນເມັດ.
ພັທ ທັດສະພົງ ຫວັນມະນີຈັນ ຮອງ ກອງບັນຊາການ ປກສ ຫາດຊາຍຟອງ ກາວວ່າ: ໃນເດືອນພຶດສະພາ 2022, ມີພົນລະເມືອງດີ ແຈ້ງມາຫາເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງວ່າ: ມີກຸ່ມຄົນບໍ່ດີເຄື່ອນໄຫວນັດສົ່ງຊື້-ຂາຍຢ າ ເ ສ ບ ຕ ິ ດ ຢູ່ຮ້ານອາຫານແຫ່ງໜຶ່ງທີ່ຕັ້ງຢູ່ບ້ານນາໄຫ ແລະ ຢູ່ເສັ້ນທາງເຂດບ້ານ ດົງໂພນເລົາ ເມືອງຫາດຊາຍຟອງ; ຈາກນັ້ນ, ກອງບັນຊາການຈຶ່ງມອບໃຫ້ເຈົ້າໜ້າທີ່ວິຊາສະເພາະ ລົງເກັບກຳຂໍ້ມູນ ເພື່ອພິສູດແຫຼງຂ່າວ; ຜ່ານການລົງເກັບກຳຂໍ້ມູນເຫັນວ່າມີມູນຄວາມຈິງແທ້ ຈຶ່ງສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງແກ້ ໄຂຈຸດເປົ້າໝາຍດັ່ງກ່າວສະແດງອອກຄື:
ເລື່ອງທີ່ 1, ໃນເວລາ 22:00 ໂມງ ຂອງວັນທີ 15 ມິຖຸນາ 2022, ໄດ້ລົງແກ້ໄຂເປົ້າໝາຍທີ່ນັດສົ່ງຊື້-ຂາຍຢ າ ເ ສ ບ ຕ ິ ດຢູ່ຮ້ານອາຫານແຫ່ງໜຶ່ງ ເຂດບ້ານນາໄຫ ເມືອງຫາດຊາຍຟອງ ສາມາດກັກຕົວຜູ້ຖືກໄດ້ 3 ຄົນ ຄື: ທ້າວ ເກດນາລົງ ຫຼື ບີ້ ອາຍຸ 28 ປີ ຢູ່ບ້ານສີຖານໃຕ້ ເມືອງຫາດຊາຍຟອງ, ທ້າວ ອາເລັກ ອາຍຸ 22 ປີ ແລະ ທ້າວ ເກມ ອາຍຸ 21 ປີ ທັງສອງຢູ່ບ້ານປາກເປັ່ງ ເມືອງຫາດຊາຍຟອງ ພ້ອມທັງຢຶດຂອງກາງຢ າ ບ ້ າ ຈຳນວນ 3 ມັດເທົ່າກັບ 6.000 ເມັດ, ໂທລະສັບ 3 ເຄື່ອງ ແລະ ລົດຈັກ 2 ຄັນ.
ເລື່ອງທີ່ 2, ໃນວັນທີ 17 ມິຖຸນາ 2022, ເວລາ 9:45 ໂມງ ລົງແກ້ໄຂເປົ້າໝາຍທີ່ນັດສົ່ງຊື້-ຂາຍຢ າ ເ ສ ບ ຕ ິ ດຢູ່ເສັ້ນທາງເຂດບ້ານດົງໂພນເລົາ ເມືອງ ຫາດຊາຍຟອງ ສາມາດກັກຕົວຜູ່ຖືກໄດ້ 2 ຄົນ ຄື: ທ້າວ ສັນຕິ ອາຍຸ 25 ປີ ພັກເຊົາຢູ່ບ້ານສະຫວ່າງ ເມືອງຫາດຊາຍຟອງ ພ້ອມຂອງກາງຢ າ ບ ້ າ ຈຳ ນວນ 30 ມັດ ເທົ່າກັບ 60.000 ເມັດ, ໂທລະສັບ 1 ເຄື່ອງ ແລະ ລົດຈັກ MSX ສີແດງ 1 ຄັນ ແລະ ທ້າວ ດາວັນ ອາຍຸ 21 ປີ ຢູ່ບ້ານ ນາແສນຄຳ ເມືອງໄຊ ແຂວງອຸດົມໄຊ ມີ ໂທລະສັບ 2 ເຄື່ອງ.
ຕໍ່ກັບຄະດີທັງສອງເລື່ອງ, ເຈົ້າໜ້າທີ່ກຳລັງເລັ່ງສອບສວນຂາຍຫຍາຍຜົນ ເພື່ອຊອກຫາກຸ່ມແກ້ງຮ່ວມຂະບວນການດຽວກັນ ມາດໍາເນີນຄະດີຕາມຂັ້ນ ຕອນຂອງກົດໝາຍ.