ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ກໍຄື ກະຊວງທີ່ກ່ຽວຂ້ອງ ຮີບຮ້ອນດຳເນີນການປະຕິຮູບ 5 ລັດວິສາຫະກິດຍຸດທະສາດໂດຍໄວ ແນໃສ່ການ ຮັບປະກັນບໍ່ໃຫ້ຊັບສິນຂອງລັດເສຍຫາຍ, ບໍ່ສ້າງໜີ້ສິນເພີ່ມຕື່ມ, ພ້ອມທັງເນັ້ນຍໍ້າໃຫ້ດຳເນີນການດ້ວຍຄວາມໂປ່ງໃສ ແລະ ສອດຄ່ອງຕາມກົດໝາຍ.
ທ່ານ ລີເບີ ລີບົວປາວ ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ຕາງໜ້າໃຫ້ສະພາແຫ່ງຊາດ ຂຶ້ນມີຄຳເຫັນ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 22 ມິຖຸນາ 2022 ໂດຍທ່ານ ໄດ້ສະເໜີໃຫ້ລັດຖະບານ ກໍຄື ກະຊວງທີ່ກ່ຽວຂ້ອງ ດຳເນີນການປະຕິຮູບລັດວິສາຫະກິດ ທີ່ມີລັກສະນະຍຸດທະສາດ ເປັນ
ຕົ້ນ, ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ, ບໍລິສັດ ຜະລິດໄຟຟ້າລາວມະຫາຊົນ, ລັດວິສາ ຫະກິດການບິນລາວ ແລະ ລັດວິສາ ຫະກິດພັດທະນາອຸດສາຫະ ກຳ-ກະສິກຳ, ບໍລິການຂາເຂົ້າ-ຂາອອກ ໂດຍໃຫ້ລັດ ຖະບານເອົາໃຈໃສ່ປະຕິບັດຕາມ ກົດໝາຍວ່າດ້ວຍ ຊັບສິນຂອງລັດ ມາດຕາ 14 ກ່ຽວກັບການຄຸ້ມຄອງຊັບສິນຂອງລັດ ວັກທີ 3 ທີ່ກຳນົດວ່າ ຖ້າຊັບສິນມີລັກ
ສະນະຍຸດທະສາດ ຫຼື ມີຄວາມສຳຄັນລະດັບຊາດ ແມ່ນສະພາແຫ່ງຊາດເປັນຜູ້ຕົກລົງ; ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະ ຕິບັດການປະຕິຮູບແຕ່ລະລັດວິສາຫະກິດ ໃຫ້ສອດຄ່ອງຕາມກົດໝາຍວ່າດ້ວຍຊັບສິນຂອງລັດ ມາດຕາ 38 ທີ່ໄດ້ກຳນົດວ່າ ການຂາຍຊັບສິນຂອງລັດ ຕ້ອງໄດ້ປະເມີນລາຄາ ໂດຍຄະນະກຳ ມະການທີ່ກ່ຽວຂ້ອງ ແລະ ຕ້ອງດຳເນີນຕາມຂັ້ນຕອນການປະມູນແບບເປີດກວ້າງ, ໂປ່ງໃສ, ຍຸຕິທຳ, ຮັບປະກັນຜົນປະໂຫຍດສູງສຸດຂອງລັດ ແລະ ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.
ພ້ອມນີ້, ໃຫ້ຮີບຮ້ອນ ປະເມີນຜົນການເຄື່ອນໄຫວທຸລະກິດ ຂອງລັດວິສາຫະ ກິດ ທີ່ຍັງບໍ່ໄດ້ປະເມີນຈຳນວນ 137 ຫົວໜ່ວຍ ທີ່ຍັງເຫຼືອໃຫ້ສຳເລັດໂດຍໄວ ແລະ ຄົ້ນຄວ້າບັນຊີລາຍຊື່ລັດວິສາຫະ ກິດ ເອົາເຂົ້າແຜນຕາມເເຕ່ລະປະເພດຕາມຄວາມເໝາະສົມ; ກະກຽມສະຫຼຸບສັງລວມ ຜົນຂອງການປະຕິຮູບບັນດາລັດວິສາຫະກິດ ປີ 2022 ເພື່ອລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງ
ສະພາແຫ່ງຊາດ ຊຸດທີ IX ໂດຍຍົກໃຫ້ເຫັນຕົວຊີ້ບອກທາງດ້ານເສດຖະກິດ ເປັນຕົ້ນ ຕົວເລກມູນຄ່າຊັບສິນ ແລະ ໜີ້ສິນຂອງລັດ, ຈໍານວນລັດວິສາຫະກິດໃນແຕ່ລະປະເພດທີ່ຈັດແບ່ງຕາມ 4 ປະ ເພດ, ປະເມີນຕີລາຄາການປະຕິຮູບໄລຍະຜ່ານມາ ແລະ ຄາດຄະເນຜົນທີ່ຈະໄດ້ຮັບຈາກການປະຕິຮູບລັດວິສາຫະກິດ ໃນໄລຍະສັ້ນ ແລະ ໄລຍະກາງ, ພ້ອມທັງ ໃຫ້ຮີບຮ້ອນ, ຄົ້ນ ຄວ້າອອກຂໍ້ຕົກລົງ
ວ່າດ້ວຍກໍານົດໝາຍເງິນເດືອນ, ເງິນອຸດ ໜູນ, ເງິນນະໂຍບາຍ ແລະ ລາຍຈ່າຍບໍລິຫານຂອງລັດວິສາຫະກິດ, ຄວນໃຫ້ສົມທຽບກັບຂໍ້ຕົກລົງກຳນົດໝາຍລາຍ ຈ່າຍຂອງລັດຖະບານ (ເລກທີ 4000), ຊີ້ແຈງສາເຫດ ແລະ ຄວາມຈໍາເປັນ ໃນການໃຊ້ຈ່າຍເຫຼົ່ານັ້ນ, ສ້າງນິຕິກຳນີ້ໃຫ້ສໍາເລັດໂດຍໄວ ແລະ ລາຍງານ ຕໍ່ຄະນະປະ ຈຳສະພາແຫ່ງຊາດ ເນື່ອງຈາກໄລຍະຜ່ານມາ ບັນຫາດັ່ງກ່າວ ຍັງເປັນດ້ານອອ່ນ ແລະ ຂໍ້ຄົງຄ້າງ ຂອງລັດວິສາຫະ ກິດ ແລະ ເປັນສາເຫດໜຶ່ງ ຂອງການດຳເນີນທຸລະກິດທີ່ບໍ່ມີປະສິດທິຜົນ ໃນໄລຍະຜ່ານມາ.
ຕໍ່ກັບທິດທາງການປະຕິຮູບ ໃນໄລຍະກາງ ແລະ ໄລຍະຍາວ ສະເໜີລັດຖະ ບານ ຮີບຮ້ອນຄົ້ນຄວ້າ ສ້າງວິໃສທັດ ແລະ ຍຸດທະສາດການພັດທະນາ ລັດວິສາຫະກິດ ແບບຍືນຍົງຕາມທິດສັງຄົມນິຍົມ ແລ້ວສະເໜີສະພາແຫ່ງຊາດພິຈາລະນາ.
ຂໍ້ມູນພາບ: ວິທະຍຸກະຈາຍສຽງແຫ່ງຊາດ