ປກສ ເມືອງຫີນບູນ ແຂວງຄຳມ່ວນສະກັດກ ັ ນ ຊ າ 939 ກິໂລກຣາມທີ່ກຽມສົ່ງຂ້າມຂອງ

0
150

ວັນທີ 21 ມິຖຸນາ 2022 ຜ່ານມານີ້ ເຈົ້າໜ້າທີ່ ປກສ ເມືອງຫີນບູນ ແຂວງຄຳມ່ວນ ແລະ ກອງກໍ່ສ້າງຮາກຖານ 917 ໄດ້ເຄື່ອນໄຫວຕິດຕາມ ເປົ້າໝາຍຜູ້ຄ້າຂາຍຢາເສບຕິດໃນຂອບເຂດບ້ານໂພນຄໍ້ ເມືອງຫີນບູນ ແຂວງຄຳມ່ວນ.

ມາຮອດເວລາ 3:00 ໂມງ ເຊົ້າຂອງວັນດຽວກັນ ຈຶ່ງພົບເຫັນຜູ້ຖືກສົງໄສກໍາລັງຂົນຢ າ ເ ສ ບ ຕ ິ ດ ປະເພດກ ັ ນ ຊ າ ຈຳນວນ 20 ເປົາ ລົງໃສ່ເຮືອເພື່ອຈະເອົາໄປຂ້າມຂອງໄປປະເທດເພື່ອນບ້ານ.

ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນຳກຳລັງເຂົ້າປິດລ້ອມ ແລະ ຢຶດເອົາຂອງກາງໄດ້ກ ັ ນ ຊ າ ຈຳນວນ 20 ເປົາໃຫຍ່ ແລະ 4 ເປົານ້ອຍ ມີນໍ້າໜັກທັງໝົດ 939 ກິໂລກຣາມ, ລົດວີໂກ 1 ຄັນ, ລົດຈັກ 1 ຄັນ,

ເຮືອຫາງຍາວ 1 ລຳ ແລະ ຜູ້ຖືກຫາ ຊື່ທ້າວ ແອັດ ສົມວົງ ອາຍຸ 30 ປີ, ບ້ານບຸ່ງກວາງ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄວ້ດຳເນີນຄະດີຕາມລະບຽບກົດໝາຍ.

ສ່ວນຂອງກາງດັ່ງກ່າວແມ່ນ ທາງເຈົ້າໜ້າໜ້າ ປກສ ເມືອງ ແລະ ກອງກໍ່ສ້າງຮາກຖານ 917 ໄດ້ມອບໃຫ້ ປກສ ແຂວງຄຳມ່ວນ ນຳໄປດຳເນີນຄະດີ ຕໍ່.