ແຈ້ງການ ລາຄານ້ຳມັນຂຶ້ນອີກແລ້ວ ຮອດລິດລະ 30.000 ກີບແລ້ວພີ່ນ້ອງເອີຍ ກິນແກບແທ້ໆ

    0
    142

    ລາຄານ້ຳມັນຂຶ້ນອີກແລ້ວ ຕາບໃດທີ່ນ້ຳມັນຈາກຣັດເຊຍຍັງມາບໍຮອດ, ສົງຄາມຍັງບໍ່ສິ້ນພວກເຮົາຄົງຍັງຜະເຊີນກັບຊາຕາກຳນ້ຳມັນທະຍານຂຶ້ນໄປຕໍ່ເນື່ອງ.

    ອີງຕາມການແຈ້ງປັບຂຶ້ນລາຄານ້ຳມັນຄັ້ງວັນທີ 23 ມິຖຸນາ 2022 ຈາກການແຈ້ງຂອງກະຊວງອຸດສາຫະກຳ ແລະການຄ້າ ສະບັບເລກທີ 0817/ອຄ ແມ່ນໃຫ້ປັບຂຶ້ນລາຄານ້ຳມັນເຊື້ອໄຟໃນຂອບເຂດທົ່ວປະເທດນັບແຕ່ວັນທີ 24 ມິຖຸນາ 2022 ເວລາ 6:00 ເຊົ້າເປັນຕົ້ນໄປ.


    ການແຈ້ງປັບຄັ້ງໃໝ່ນີ້ ແມ່ນປັບຂຶ້ນແອັດຊັງພິເສດປັບຂຶ້ນ 1.820 ກີບຕໍ່ລິດ, ແອັດຊັງທຳມະດາ ຂຶ້ນ 1.250 ກີບຕໍ່ລິດ, ນ້ຳມັນກາຊວນ 1.920 ກີບຕໍ່ລິດ.

    ຈາກການປັບຂຶ້ນດັ່ງກ່າວເຮັດໃຫ້ລາຄາຂາຍຍ່ອນນ້ຳມັນເຊື້ອໄຟຢູ່ນະຄອນຫຼວງວຽງຈັນເພີ່ມຂຶ້ນເປັນ 30.250 ກີບຕໍ່ລິດສຳລັບແອັດຊັງພິເສດ, ແອັດຊັງທຳມະດາ 21.410 ກີບຕໍ່ລິດ, ກາຊວນ 22.180 ກີບ.


    ແຂວງອຸດົມໄຊ ແອັດຊັງພິເສດ 30.730 ກີບ, ແອັດຊັງທຳມະດາ 21.890 ກີບ, ກາຊວນ 22.660 ກີບຕໍ່ລິດ. ແຂວງຫົວພັນ ແອັດຊັງພິເສດລິດລະ 30.650 ກີບ, ແອັດຊັງທຳມະດາ21.810 ກີບຕໍ່ລິດ, ກາຊວນ22.580 ກີບ.


    ແຂວງສະຫວັນນະເຂດ ແອັດຊັງພິເສດລິດລະ 30.280 ກີບ, ແອັດຊັງທຳມະດາ 21.440 ກີບຕໍ່ລິດ, ກາຊວນ 22.210 ກີບຕໍ່ໜຶ່ງລິດ.ແຂວງຈຳປາສັກ ແອັດຊັງພິເສດ 30.310 ກີບ ແອັດຊັງທຳມະດາ 21.470 ກີບຕໍ່ໜຶ່ງລິດ ແລະລາຄານ້ຳມັນກາຊວນ 22.240 ກີບຕໍ່ລິດ.

    ແຂວງອັດຕະປື ແອັດຊັງພິເສດ 30.490 ກີບ, ແອັດຊັງທຳມະດາ 21.650 ກີບ,  ນ້ຳມັນກາຊວນລິດລະ 22.420 ກີບ. ແຂວງໄຊສົມບູນ ແອັດຊັງພິເສດ 30.530 ກີບຕໍ່ລິດ, ແອັດຊັງທຳມະດາລິດລະ 21.690 ກີບ, ກາຊວນລິດໜຶ່ງ 22.460 ກີບ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.