ກະຊວງປ້ອງກັນຄວາມສະຫງົບ ຍັງພົບບັນຫາການສອບສວນຄະດີອາຍາ ຊັກຊ້າແກ່ຍາວ

0
144

ກະຊວງປ້ອງກັນຄວາມສະຫງົບ ຍັງພົບຫຼາຍບັນຫາຫຍຸ້ງຍາກໃນການສືບສວນ-ສອບສວນຄະດີອາຍາຈຳນວນໜຶ່ງ ຍັງຊັກຊ້າແກ່ຍາວ, ບາງລາຍຄະດີ ການນຳໃຊ້ມາດຕະການສະກັດກັ້ນຍັງບໍ່ທັນຖືກຕາມກົດໝາຍ ກຳນົດໄວ້ ເຊັ່ນ: ການພາຕົວ, ການຈັບຕົວຜູ້ຕ້ອງຫາຖືກກັກຂັງເກີນກໍານົດ ແລະ ບັນຫາອື່ນໆ.

ທ່ານ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 22 ມິຖຸນາ 2022 ນີ້ວ່າ:

ສາເຫດທີ່ເຮັດໃຫ້ການດໍາເນີນຄະດີຊັກຊ້າ ເປັນຕົ້ນ: ການນຳໃຊ້ມາດຕະການສະກັດກັ້ນ ຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ໄລຍະປີ 2021 ຫາ 6 ເດືອນຕົ້ນປີ 2022 ພົບຄວາມຫຍຸ້ງຍາກຫຼາຍ ເພາະຕ້ອງໄດ້ປະຕິບັດມາດຕະການສະກັດກັ້ນຕາມກົດໝາຍ ໃຫ້ສອດຄ່ອງກັບມາດຕະການຕ້ານໂຄວິດ-19 ເຮັດໃຫ້ບາງຄະດີກໍຊັກຊ້າແກ່ຍາວ ເຊັ່ນ: ຄະດີພວກອາຊະຍາກອນ ແລະ ກຸ່ມຄົນບໍ່ດີ

ໄດ້ເຄື່ອນໄຫວກໍ່ການກະທຳຜິດ ດ້ວຍຫຼາຍເລ່ຫຼ່ຽມ, ຫຼາຍວິທີການ ທີ່ມີລະດັບຮ້າຍແຮງແຕກຕ່າງກັນ ຊຶ່ງອັນທີ່ພົ້ນເດັ່ນ ແມ່ນຄະດີຢ າ ເ ສ ບ ຕິ ດ, ສິ່ງຕິດພັນກັບການຄ້າອາວຸດເສິກ ແລະ ຟອກເງິນ ສ່ວນຫຼາຍມີການເຄື່ອນ ໄຫວເປັນກຸ່ມແກ້ງ, ມີເຄືອຂ່າຍເຊື່ອມໂຍງທັງພາຍໃນ ແລະ ຕ່າງປະເທດ. ນອກນັ້ນ ຄະດີຄາດຕະກຳ, ປຸ້ນຈີ້ຊີງຊັບ, ນຳໃຊ້ອາວຸດເສິກຕອບໂຕ້ກັບເຈົ້າໜ້າທີ່, ສວຍໃຊ້ຊ່ອງ

ວ່າງທາງກົດໝາຍເພື່ອເຄື່ອນໄຫວ ໂດຍສະເພາະການກະທຳຜິດທາງເສດຖະກິດ, ການສໍ້ໂກງຊັບຂອງພົນລະເມືອງລາວ ເເລະ ຄົນຕ່າງປະເທດ ໂດຍຕິດພັນກັບຫວຍອອນລາຍ-ຫວຍເຖື່ອນ-ຕູ້ເກມ  ເເລະ ອື່ນໆ ເຮັດໃຫ້ການນໍາໃຊ້ບັນດາມາດຕະການສະກັດກັ້ນ ພົບຄວາມຫຍຸ້ງຍາກ ແລະ ຕ້ອງໄດ້ໃຊ້ເວລາໃນການຊອກຈັບກຸມ ເພື່ອນຳເອົາຜູ້ຕ້ອງຫາມາສູ່ຂະບວນຍຸຕິທຳ.

ທ່ານ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຍັງໄດ້ກ່າວອີກວ່າ: ການປະຕິບັດບັນ ດາມາດຕະການສະກັດກັ້ນ ໄລຍະຜ່ານມາ ເປັນຕົ້ນ: ການພາຕົວ, ການກັກຕົວ, ການຈັບຕົວ ແລະ ອື່ນໆ ຊຶ່ງ ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນ ໄດ້ປະຕິບັດຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ, ໃນນັ້ນ ການກັກຕົວ ແລະ ຈັບຕົວ ແມ່ນມີຫຼັກຖານຢັ້ງຢືນໜັກແໜ້ນວ່າເປັນຜູ້ລົງມືກໍ່ການກະທໍາຜິດ ເຊັ່ນແມ່ນຄະດີຢາເສບຕິດ ແລະ ການກະທໍາຜິດອາຍາອື່ນໆ.

ກະຊວງປ້ອງກັນຄວາມສະຫງົບ ໄດ້ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢ າ ເ ສ ບ ຕິ ດ ແຕ່ເດືອນ ກໍລະກົດ 2021 ຫາ ເດືອນ ພຶດສະພາ 2022 ສາມາດແກ້ໄຂ, ມ້າງຄະດີຢາເ ສ ບ ຕິ ດໃນຂອບເຂດທົ່ວປະເທດໄດ້ເຖິງ 4.094 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 5.818 ຄົນ, ຍິງ 618 ຄົນ, ຍຶດຢ າ ເ ສ ບ ຕິ ດ ປ ະ ເ ພດ ຢ າ ບ້ າໄດ້ 177 ລ້ານກວ່າເມັດ, ນໍ້າໜັກລວມ 17.887,29 ກິໂລກຣາມ.