ຫາເລື່ອງໃຫ້ເຈົ້າໜ້າທີ່ ຕ້ອງລົງທຶນລົງແຮງເກັບນ້ຳມັນແກ້ວ

    0
    115

    ເຕືອນກັນມາຕໍ່ເນື່ອງຈາກຄືຈັ່ງບໍມີຜົນຫຍັງຕໍ່ສາຍຫູສາຍຕາປະຊາຊົນຜູ້ມັກໄດ້ ສວຍໂອກາດຍາມວິກິດຫາເງິນດ້ວຍການຂາຍມນ້ຳມັນບັນຈຸກະຕຸກ ແຕ່ກໍ່ເລັດລອດໄປບໍໄດ້ຖືກເກັບລາຍວັນ.


    ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາການ ຊື້ຂາຍ ນໍ້າມັນເຊື້ອໄຟ ຊະຊາຍຕາມແຄມທາງ ສາມາດ ກວດກາ ພົບ 26 ຮ້ານ ຢືດນໍ້າມັນກາຊ່ວນ ແລະ ແອັດຊັງຫລາຍລິດ.
    ໃນຄັ້ງວັນທີ 21 ຫາ 24 ມິຖຸນາ 2022, ພະແນກຕໍາຫຼວດ ປ້ອງກັນເສດຖະກິດ ຈຶ່ງສົມທົບກັບ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ລົງກວດກາ ການຕັ້ງຈຸດຊື້້ຂາຍນໍ້າມັນເຊື້ອໄຟ ຊະຊາຍ ຢູ່ເຂດເມືອງ ໄຊທານີ ຈໍານວນ 26 ຮ້ານ ທີ່ມີການຊື້ຂາຍທີ່ບໍ່ຖືກຕ້ອງ ແລະ ໄດ້ຢຶດນໍ້າມັນກາຊວນ 57 ຕຸກ ຫຼື 72 ລິດ, ນໍ້າມັນແອັດຊັງ 50 ຕຸກ ຫຼື 65 ລິດ ແລະ ນໍ້າປົນສານສີແດງ 20 ຕຸກ.
    ຈາກນັ້ນໄດ້ສຶກສາອົບຮົມເຈົ້າຂອງຮ້ານ 26 ຮ້ານ ແລະ ສັ່ງຫ້າມໃຫ້ຢຸດເຊົາການຊື້ຂາຍນໍ້າມັນເຊື້ອໄຟທີ່ບໍ່ຖືກຕ້ອງຢ່າງຖາວອນ, ສ່ວນນຳມັນທີ່ພົບເຫັນ ນໍ້າມັນກາຊວນ ຈໍານວນ 72 ລິດ, ນໍ້າມັນແອັດຊັງ ຈຳນວນ 65 ລິດ ໄດ້ຢຶດໄວ້, ສ່ວນນໍ້າປົນສານສີແດງ ຈຳນວນ 25 ລິດ ໄດ້ທຳລາຍຖິ້ມ.

    ຂາຍໂລດເດີ້ ມື້ອື່ນຊິໄປເກັບໃໝ່ ຄວາມເຫັນແກ່ຕົວ ສວຍໂອກາດເອົາປຽບຄົນອື່ນຊື້ 20.000 ມາຂາຍ 50.000 ການສວຍໂອກາດແບບນີ້ບໍໄດ້ພາໃຫ້ລ້ຳລວຍຍ້ອນດອກ ແຕ່ຈະມີຜົນເສຍຕາມມາຫຼາຍກວ່າ

    ແທນທີ່ສະຖານະການແບບນີ້ຄວນແບ່ງປັນບໍ່ແມ່ນເຫັນແກ່ໄດ້ເດີ້ພີ່ນ້ອງຊາວລາວ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.