ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ດໍາເນີນປັບປຸງທໍ່ນໍ້າປະປາ ເພື່ອເພີ່ມແຮງດັນນໍ້າ ຢູ່ເມືອງ ຈັນທະບູລີ ແລະ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ເວລາ 09: 00 ໂມງ ຫາ 15: 00 ໂມງ) ຊຶ່ງການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳໃນບາງເຂດຂອງເມືອງ ດັ່ງກ່າວ.
ການປັບປຸງທໍ່ນໍ້າປະປາ ເພື່ອເພີ່ມແຮງດັນນໍ້າ ໃນຄັ້ງນີ້ ປະກອບມີ: ປັບປຸງທໍ່ນໍ້າປະປາ ຂະໜາດ 75 uPVC ຢູ່ບ້ານໜອງທາເໜືອ ຮ່ອມ 9 ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເລີ່ມວັນພະຫັດ ວັນທີ 23 ມິຖຸນາ 2022 ແລະ ປັບປຸງທໍ່ນໍ້າປະປາ ຂະໜາດ 100 uPVC ຢູ່ບ້ານໄຊສະຫວ່າງ ຮ່ອມ 21 ແລະ ບ້ານດອນຕິ້ວ ຮ່ອມ 8 ເມືອງໄຊທານີ ເລີ່ມວັນສຸກ ວັນທີ 24 ມິຖຸນາ 2022.
ກ່ຽວກັບໃນໄລຍະການສ້ອມແປງດັ່ງກ່າວ ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເຖິງບັນດາຜູ້ຊົມໃຊ້ນ້ຳປະປາ ຈົ່ງກະກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຊຶ່ງ ປະກອບມີ: ບ້ານໜອງທາເໜືອ, ຫ້ວຍຫົງ ແລະ ດອນແດງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແລະ ບ້ານໄຊສະຫວ່າງ, ໄຊ, ດອນຕິ້ວ ແລະ ດົງສ້າງຫີນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.