ເມືອງໄຊສະຖານ! ເກີດແຜ່ນດິນໄຫວ 1.9 ຣີກເຕີ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ໃຫ້ຮູ້ວ່າ: ໃນວັນທີ 21 ມິຖຸນາ 2022 ໃນເວລາ 22:08 ໂມງ ໄດ້ພົບສັນຍານການເກີດແຜ່ນດິນ ໄຫວພາຍໃນປະເທດລາວ ຈໍານວນ 01 ຄັ້ງ ເຊິ່ງຈຸດເກີດແຜ່ນດິນໄຫວ ຢູ່ບໍລິເວນ ເມືອງໄຊສະຖານ ແຂວງໄຊຍະບູລີ ມີຈຸດສູນກາງຢູ່ເສັ້ນຂະໜານ ທີ 19.539 ອົງສາເໜືອ ແລະ ເສັ້ນແວງທີ 101.345 ອົງສາຕາເວັນອອກ
ເຊິ່ງມີຄວາມແຮງສັ່ນສະເທືອນເຖິງ 1.9 ຣີກເຕີ ມີຄວາມເລິກຈາກ ເທິງໜ້າດິນປະມານ 02 ກິໂລແມັດ ເຊິ່ງຈຸດສູນກາງເກີດແຜ່ນດິນໄຫວ ແມ່ນຫ່າງຈາກເທສະບານເມືອງໄຊສະຖານ ປະມານ 21 ກິໂລແມັດ ແລະ ສໍາລັບເຫດການແຜ່ນດິນໄຫວດັ່ງກ່າວ ເບື້ອງຕົ້ນຍັງບໍ່ມີລາຍງານ ຜົນເສຍຫາຍ.