ຫຼວງພະບາງ ແຈ້ງ! ຫ້າມຕິດລາຄາສິນຄ້າເປັນເງິນຕາຕ່າງປະເທດ ລະເມີດ ປັບໄໝ 1 ລ້ານກີບຕໍ່ຄັ້ງ

0
183

ຫຼວງພະບາງ ແຈ້ງ! ຫ້າມຕິດລາຄາສິນຄ້າເປັນເງິນຕາຕ່າງປະເທດ ລະເມີດ ປັບໄໝ 1 ລ້ານກີບຕໍ່ຄັ້ງ.

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ໄດ້ອອກແຈ້ງການເຖິງ ຫ້ອງການອຸດສາຫະກຳ ແລະ ການຄ້າ 11 ເມືອງ ແລະ 1 ນະຄອນ ລວມເຖິງຜູ້ປະກອບການຫົວໜ່ວຍທຸລະກິດທີ່ທໍາການຜະລິດ, ທຳການຄ້າຂາຍ ແລະ ທຳການບໍລິການ ພາຍໃນແຂວງຫຼວງພະບາງຮັບຊາບ

1. ໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ໂຄສະນາເຜີຍແຜ່ໃຫ້ບັນດາຜູ້ປະກອບການ ຫົວໜ່ວຍທຸລະກິດພາຍໃນຄວາມຮັບຜິດຊອບຂອງຕົນ ໃຫ້ຕິດລາຄາຂາຍສິນຄ້າ ຫຼື ໂຄສະນສິນຄ້າເປັນເງິນກີບ ພ້ອມທັງລົງຕິດຕາມບັນດາຮ້າງຮ້ານທຸລະກິດຕ່າງໆຢູ່ພາຍໃນເມືອງຂອງຕົນເປັນປະຈຳ ແລະ​ ລາຍງານຜົນການຈັດຕັ້ງເຖິງພະແນກອຸດສາຫະກຳ ແລະ ການຄ້າຮັບຊາບເປັນແຕ່ລະໄລຍະ.​

2. ຫ້າມຜູ້ປະກອບການຫົວໜ່ວຍທຸລະກິດທີ່ດຳເນີນການຜະລິດ ການຊື້-ຂາຍ ແລະ ບໍລິການຕ່າງໆພາຍໃນ ແຂວງຫຼວງພະບາງ ຕິດປະກາດ ຫຼື ໂຄສະນາຂາຍສິນຄ້າອື່ນໆ ເປັນເງິນຕາຕ່າງປະເທດ ແລະ ຕ້ອງຕິດລາຄາຂາຍ ຫຼື ໂຄສະນາເປັນເງີນກີບໃສ່ສິນຄ້າແຕ່ລະຊະນິດພາຍໃນຮ້ານຂອງຕົນ.

3. ຖ້າຫາກມີການກວດກາພົບເຫັນການລະເມີດ ແມ່ນຈະຖືກນຳໃຊ້ມາດຕາການໃນການປັບໃໝ່ຈຳນວນ 1.000.000ກີບ/ຄັ້ງ ຕາມຂໍ້ຕົກລົງສະບັບເລກທີ 1499/ອດ,ກຄອນ,ລົງວັນທີ 8ກັນຍາ 2017 (ໝວດທີ 5 ມາດຕາທີ21) ແລະ ຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ເລກທີ 55/ສພຊ ລົງວັນທີ 22 ທັນວ່າ 2014 ພ້ອມທັງດຳເນີນລະບຽບການອື່ນໆຕາມກົດໝາຍຂອງຂະແໜງການກ່ຽວຂ້ອງນໍານົດອີກດ້ວຍເປັນແຕ່ລະຕາມກໍລະນີໜັກ ຫຼື ເບົາ.