ເອີ້ນໄດ້ວ່າ ເປັນອີກໜຶ່ງຄູ່ຮັກດາລາ ທີ່ໜ້າຮັກຫຼາຍໆເລີຍຈຣາ
ແຖມຫວານກັນສຸດໆ ສຳຫຼັບ ສາວເບສ ແລະ ໜຸ່ມຕົງຕົງ
ທີ່ຕ້ອງບອກເລີຍວ່າ ສະຫວີດກັນສຸດໆເລີຍຈຣາ ສຳຫຼັບຄູ່ນີ້
ລ່າສຸດ 18 ມິຖຸນາ 2565 ສົມຮັກ ຄຳສິງ ພໍ່ຂອງ ສາວເບສ
ກໍ່ມາໂອ້ລົມຜ່ານລາຍການ ປາກຕໍ່ປາກ ທາງຊ່ອງຍູທູບ MY CHANNEL – OFFICIAL
ທີ່ມີຊານິ ເປັນພິທີກອນ ພ້ອມເປີດເຖິງເລື່ອງຄວາມຫວງລູກສາວວ່າ ຕອນລູກເດັກນ້ອຍ
ພໍ່ຫວງຫຼາຍ ເພາະຊ່ວງ ມ3 – ມ6
ຕ້ອງປະຄັບປະຄອງລູກໃນເລື່ອງຂອງການຮຽນ
ເຖິງຂັ້ນບໍ່ໃຫ້ລູກໄປເຮັດລາຍງານເຮືອນເພື່ອນ ແຕ່ໃຫ້ເພື່ອນມາເຮັດຢູ່ເຮືອນແທນ
ບໍ່ຄ່ອຍມີໃຜກ້າມາຈີບລູກສາວ ເວລາພໍ່ໄປກໍ່ແລ່ນໜີກັນໝົດ ສ່ວນຕອນນີ້ບໍ່ໄດ້ຫ່ວງແລ້ວ
ສ່ວນເລື່ອງແຕ່ງງານ ເປັນເລື່ອງຂອງອະນາຄົດ ຕອນນີ້ຕົງຕົງຂາຍເສື້ອຕົວລະ 900 ບາດ ພໍ່ກໍ່ບອກໄປວ່າ ຖ້າຂາຍໄດ້ 100,000 ຕົວ
ໃຫ້ຕັ້ງຂັນໝາກມາເລີຍ ເຊິ່ງພໍຊານິຄຳນວນເບິ່ງແລ້ວ ກໍ່ລວມເປັນເງິນເຖິງ 90 ລ້ານບາດເລີຍທີດຽວ
ຈົນເຖິງກັບຕ້ອງຖາມວ່ານີ້ແມ່ນຄ່າສິນສອດ ຫຼື ບໍ່ ງານນີ້ພໍ່ສົມຮັກເຖິງກັບຫົວຂວັນຕົວໂຍນ ແລ້ວບອກວ່າເວົ້າຫຼິ້ນ
ເພາະລູກຮຽນຈົບແລ້ວ ແຖມຍັງໄດ້ກຽດນິຍົມອັນດັບ 1 ອີກດ້ວຍ ອາຊີບລາຍໄດ້ ໝັ້ນຄົງແລ້ວ
ສົມຮັກ ຄຳສິງ ກ່າວວ່າ ເລື່ອງຄ່າສິນສອດບໍ່ໄດ້ວາງໄວ້ ລູກຄົບໃຜແລ້ວມີຄວາມສຸກກໍ່ພໍແລ້ວ
ຕົງຕົງຄືຜູ້ຊາຍທີ່ໂຊກດີທີ່ສຸດ ເພາະຖ້າໄດ້ເບສເປັນແຟນ ກິລິຍາມາລະຍາດອັນດັບ 1 ບໍ່ທ່ຽວ ບໍ່ດື່ມ