ແຊຣເຕືອນ!!! ຜົນກະທົບທີ່ຮ້າຍແຮງກ່ຽວກັບການເຮັດວຽກໜັກ ແລະ ພັກຜ່ອນບໍ່ພຽງພໍ ຈົນເຂົ້າ ICU

    0
    129

    ຈາກຜູ້ໃຊ້ເຟດບຸກ Noymaly Singkhamphanh ນ້ອຍຈະມາແຊຣຜົນກະທົບທີ່ຮ້າຍແຮງກ່ຽວກັບການເຮັດວຽກໜັກແລະພັກຜ່ອນບໍ່ພຽງພໍມັນຮ້າຍແຮງສຳໃດ
    ຈົນມາເຈີ້ກັບໂຕເອງຫາກໍ່ສິມາຮູ້ວ່າການພັກຜ່ອນບໍ່ພຽງພໍຈະຮ້າຍແຮງເຖິງຂະໜາດນີ້


    ຍ້ອນຄິດມາຕະຫຼອດວ່າໂຕເອງແຂງແຮງໂຕເອງຍັງໄຫວ ຈົນມາມື້1ຮ່າງກາຍນ໋ອກລົ້ມຫົວຟາດຟື້ນບໍ່ໄດ້ສະຕິ
    ຈົນເຂົ້າICUເພາະຫົວໃຈຢຸດເຕັ້ນ2ເທື່ອໃນຂະນະນັ້ນຄືທຸກຄົນຄິດວ່າຂ້ອຍບໍ່ລອດແລ້ວພາກັນໄຫ້ໄວ້ຖ້າຢູ່ທາງນອກ
    ດີແຕ່ບຸນຍັງບໍ່ຮອດຄາວໄປຈຶ່ງໄດ້ສະຕິກັບມາໝໍປ້ຳຫົວໃຈທັນຈຶ່ງຄ່ອຍມີສະຕິກັບມາແຕ່ອາການກໍ່ຍັງບໍ່ໂອເຄຄືໝໍປຸກໃຫ້ຕື່ນຕະຫຼອດຫ້າມຫຼັບເດັດຂາດ
    ຂ້ອຍເຂົ້າໃຈເລີຍວ່າຄົນໄກ້ຈະຕາຍເປັນແນວໃດຂ້ອຍພະຍາຍາມຕໍ່ສູ້ກັບຮ່າງກາຍບໍ່ໃຫ້ໂຕເອງຫຼັບແຕ່ມັນກໍ່ເຮັດໄດ້ຍາກແຮງເພາະຕອນນັ້ນຂ້ອຍເພຍແລະຫຼ່ອຍໄປໝົດຫູອື້ຕາມົວແຕ່ເຫັນໝໍລາງໆໃນຂະນະຕອນນັ້ນຂ້ອຍພະຍາຍາມອະທິຖານໃຫ້ຂ້ອຍລອດເພາະຂ້ອຍຫ່ວງແມ່ແລະຄອບຄົວແຮງ
    ໝໍພະຍາຍາມຊ່ວຍເຕັມທີ່ແຍ່ທໍ່ຫາຍໃຈລົງປອດແລະຫຍັງຕໍ່ຫຍັງເຕັມໂຕຂ້ອຍໄປໝົດ ໃນທີ່ສຸດຂ້ອຍກໍ່ລອດມາໄດ້ແຕ່ຮ່າງກາຍບໍ່ຄືເກົ່າ (ແຕ່ໃນຮູບນີ້ຄືມີສະຕິແລ້ວໝໍເອົາອອກມາໄວ້ສຸກເສີນ)
    ມື້ຕໍ່ມາໝໍໄດ້ລົມກັບຂ້ອຍວ່າຮ່າງກາຍຂ້ອຍນ໋ອກລະເຮັດໃຫ້ເສັ້ນປະສາດຫຼ່ອຍເຈົ້າໂຊກດີທີ່ພື້ນມາລະປົກກະຕິດີ
    ເພາະຄົນທີ່ເປັນແນວນີ້ລອດມາໜ່ອຍສຸດຈະປົກກະຕິຄືບໍ່ພິການສະໝອງກະເປັນເຈົ້າຍິງນິທາ ຂ້ອຍຟັງແລ້ວຈົນນ້ຳຕາໄຫຼແລະຍ້ານແຮງ ສາເຫດຫຼັກໆເລີຍຄືເກີດຈາກ ພັກຜ່ອນໜ່ອຍແຕ່ລະຄືນຂ້ອຍນອນ3_4ໂມງເຊົ້າທຸກມື້ແລ້ວຕື່ນ9ໂມງບາງມື້ມີວຽກຫຼາຍຕື່ນ7_8ໂມງນອນພຽງແຕ່4_5ຊົ່ວໂມງ ເຮັດວຽກໜັກເກີນຮ່າງກາຍ ກີນອາຫານບໍ່ຕົງເວລາ ອອກກຳລັງກາຍໜັກ ກະຍ້ອນຄິດວ່າບໍ່ປັນຫຍັງ ຈົນເກີດກັບຕົວເອງຈຶ່ງຮູ້ວ່າມັນອັນຕະລາຍຮ້າຍແຮງ
    ຕອນນີ້ຂ້ອຍຮູ້ສຶກຮັກໂຕເອງແຮງ ແລະ ຈະບໍ່ໃຫ້ມີເຫດການແບບນີ້ເກີດຂື້ນກັບຂ້ອຍອີກຈະປັບປ່ຽນການໃຊ້ຊີວິດໃໝ່ພັກຜ່ອນໃຫ້ຫຼາຍຂື້ນເຮັດວຽກໃຫ້ໜ່ອຍລົງຕາມທີ່ໂຕເອງໄຫວ
    ເຕືອນເດີ້ທຸກຄົນໃຜທີ່ຫັກໂຫມແບບຂ້ອຍໃຫ້ຢຸດແລ້ວກັບມາເບິ່ງແຍງໂຕເອງດີໆເພາະທຸກຄົນອາດຈະບໍ່ໂຊກດີສະເໝີໄປ
    ເຫດການນີ້ເກີດຂື້ນກັບຂ້ອຍແຕ່ວັນທີ່7 ຕອນນີ້ຄືຢູ່ໃນຊ່ວງຟື້ນຟູໂຕເອງເພາະອາການຕອນນີ້ເຮັດຫຍັງກະເມື່ອຍງ່າຍແລະຫອບໄວຫຼັກໆຄືມັກເຈັບຫົວຂ້າງ1
    ຂອບໃຈຂ້າງບ້ານທີ່ອຸ້ມໄປໂຮງໝໍແລະທຸກຄົນທີ່ພາກັນຊ່ວຍເຕັມທີ່

    .
    ຈາກຜູ້ໃຊ້ເຟດບຸກ Noymaly Singkhamphanh

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.