ທ່ານສະເຫຼີມໄຊ ກົມມະສິດ ຈະເວົ້າໄປແລ້ວເປັນຜູ້ນຳລຸ້ນສືບທອດທີ່ມາແຮງແຊງໂຄ້ງຄືກັນ ເພິ່ນເຕີບໂຕມາກັບສາຍຕ່າງປະເທດໂດຍກົງ ຈົບພົວພັນສາກົນ ແລະເດີນຕາມທາງສາຍນີ້ຢ່າງສະເໝີມາຈົນຮອດມື້ນີ້ ເປັນຮອງນາຍົກລັດຖະມົນຕີໃນໄວພຽງ 54 ປີ.
ຊີວະປະຫວັດຫຍໍ້ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ຊື່ແລະ ນາມສະກຸນ: ສະເຫລີມໄຊ ກົມມະສິດ ທ່ານເກີດເມື່ອ ວັນທີ 31 ຕຸລາ 1968 ທີ່ແຂວງຫົວພັນ, ສປປ ລາວ ແລະໄດ້ສົມລົດກັບ ທ່ານ ນາງ ອາລຸນີ ກົມມະສິດ, ມີບຸດສາວ 2 ຄົນ ເຊື່ອຖືໃນສາສະໜາພຸດ.
ດ້ານປະຫວັດການສຶກສາ 1986-1992: ປະລິນຍາໂທ (ວິຊາພົວພັນສາກົນ), ມະຫາວິທະຍາໄລພົວພັນສາກົນມົດສະກູ, ປະເທດ ຣັດເຊຍ.
1996-1997: ປະລິນຍາໂທ (ວິຊາການຄົ້ນຄວ້າສາກົນ ແລະ ການພັດທະນາ), ມະຫາວິທະຍາໄລ ໂມນາສ, ເມວເບີນ, ປະເທດ ອົດສະຕຣາລີ.
ພາສາຕ່າງປະເທດທີ່ເພິ່ນສາມາດເວົ້າໄດ້ຢ່າງຄ່ອງແຄ້ວໄດ້ແກ່ ພາສາອັງກິດ, ລັດເຊຍ ແລະ ຝຣັ່ງ.
ກ່ຽວກັບປະສົບການການເຮັດວຽກ 1992-1994 ເປັນວິຊາການຮັບຜິດຊອບປະເທດອົດສະຕຣາລີ, ກົມ II, ກະຊວງການຕ່າງປະເທດ.
1994-1996 ເປັນວິຊາການຮັບຜິດຊອບປະເທດສະຫະລັດອາເມລິກາ, ກົມເອີຣົບ ແລະ ອາເມລິກາ, ກະຊວງການຕ່າງປະເທດ.
1998-2000: ຮອງຫົວໜ້າພະແນກເອີຣົບຕາເວັນຕົກ, ກົມເອີຣົບ ແລະ ອາເມລິກາ, ກະຊວງການຕ່າງປະເທດ.
2000-2003: ເລຂານຸການໂທ, ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອົງການສະຫະປະຊາຊາດ ທີ່ນິວຢອກ, ສະຫະລັດອາເມລິກາ.
2003-2004: ຫົວໜ້າພະແນກອົງການສະຫະປະຊາຊາດ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ.
2004-2007: ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ.
2007-2011: ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ.
2011-2012: ຜູ້ຊ່ວຍລັດຖະມົນຕີວ່າການກະຊວງການຕ່າງປະເທດ.2012-2013: ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ນິວຢອກ, ສະຫະລັດ ອາເມລິກາ.02/2014-04/2016: ຮອງລັດຖະມົນຕີວ່າການກະຊວງການຕ່າງປະເທດ.
04/2016-ເຖິງປະຈຸບັນ: ເປັນລັດຖະມົນຕີກະຊວງການຕ່າງປະເທດ. ວັນທີ 20 ມິຖຸນາ 2022 ເປັນຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ກິລາທີ່ເພິ່ນມັກກໍ່ຄື ກິລາບານເຕະ ແລະ ກ໋ອຟ