ແຕ່ງຕັ້ງສອງການນຳ ເພື່ອມາແກ້ 4 ໜ້າວຽກສຳຄັນນີ້ ປະຊາຊົນລໍຖ້າທ່ານມາຢຽວຢາ

    0
    157

    ທຸກມື້ນີ້ປະຊາຊົນຜູ້ຫາເຊົ້າກິນຄ່ຳຕ່າງກໍ່ຮ້ອງໂອ້ຍໂອຍ ສິນຄ້າຄ່າເງິນຄືມາແພງແທ້ ເຖິງຈະເປັນປະເທດລາວ ພວກເຮົາມີຄຳຂວັນໃຊ້ແຕ່ເງິນກີບ ແຕ່ເກືອບວ່າສິນຄ້າທຸປະເພດແມ່ນພໍ່ຄ້າຊາວຂາຍ ເອີ້ນລາຄາຢູ່ເດືອນຢູ່ດາວອ້າງອີງໃສ່ແຕ່ເລດເງິນຕາ ອັນນີ້ກໍບໍຕິເຂົາເພາະເກືອບວ່າທຸກຢ່າງເປັນສິນຄ້ານຳເຂົ້ານໍ!

    ຫາກໃນຫົວໃຈເລີກໆກໍ່ຢາກໃຫ້ພາກລັດດັດປັບພຶດຕິກຳນິຍົມເງິນນອກ ເອີ້ນເລດເປັນບາດເປັນໂດລາ ເພື່ອຊຸກຍູ້ເງິນສະກຸນຂອງຊາດໃຫ້ກັບຄືນມາຢູ່ໃນສະພາບເກົ່າ ແລະດີກ່ອນເກົ່າ, ເຊິ່ງພາຍຫຼັງໄດ້ຍິນຂ່າວການປັບປ່ຽນຍົກຍ້າຍໜ້າທີ່ຂອງສະມາຊິກລັດຖະບານໃນວັນທີ 20 ມິຖຸນາ 2022 ຜ່ານມາປະຊາຊົນກໍ່ມີຄວາມຫວັງຂຶ້ນມາຍ່າວ ເຊື່ອວ່າຈະເຫັນການປ່ຽນແປງ ຫຼັງປ່ຽນຜູ້ເປັນຫົວຈັກຫຼັກແຫຼ່ງຂອງກະຊວງການຄ້າ ແລະຜູ້ວ່າທະນາຄານ

    ທັງສອງທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ນີ້ແມ່ນລ້ວນແລ້ວແຕ່ຈະມາແກ້ໄຂບັນຫາທີ່ປະເທດເຮົາກຳລັງຜະເຊີນຢູ່ໃນຂະນະນີ້ ກໍ່ຄືບັນຫາການເງິນ-ເງິນຕາ ແລະລາຄາສິນຄ້າທີ່ຂຶ້ນແລ້ວບໍ່ຍອມລົງ ຂຶ້ນເກີນລາຍໄດ້ຂອງປະຊາຊົນທັງຫຼາຍ. ນັ້ນຄື ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກັບ

    ທ່ານ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ.


    ອີງຕາມຂໍ້ຕົກລົງສະບັບເລກທີ 36/ນຍ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຊີ້ນໍາ ແລະ ວາງມາດຕະການຮີບດ່ວນ ໃນການແກ້ໄຂບັນຫານໍ້າມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດແມ່ນແມ່ນມີສິດ ແລະ ໜ້າທີ່ດັ່ງນີ້:

    1. ວາງມາດຕະການຮັບປະກັນການນໍາເຂົ້ານໍ້າມັນເຊື້ອໄຟ ເພື່ອສະໜອງຄວາມຕ້ອງການອັນຈໍາເປັນ ໃຫ້ເປັນປົກກະຕິ ແລະ ຮັບປະກັນການກໍານົດລາຄາ ໃນແຕ່ລະໄລຍະໃຫ້ທັນການ ແລະ ສອດຄ່ອງກັບການຜັນແປຂອງລາຄານໍ້າມັນເຊື້ອໄຟຢູ່ຕະຫລາດໂລກ ແລະ ສະພາບຄວາມເປັນຈິງຂອງປະເທດເຮົາ.


    2. ວາງມາດຕະການຕ່າງໆ ເພື່ອຄວບຄຸມລາຄາສິນຄ້າ, ການກໍານົດສິນຄ້າຍຸດທະສາດ ເພື່ອໃຫ້ລາຄາສິນຄ້າໃນທ້ອງຕະ ຫລາດຢູ່ໃນເກນປົກກະຕິ ແລະ ວາງມາດຕະການຕ່າງໆນໍາໃຊ້ຕົວຈິງ ເພື່ອແກ້ໄຂທຸກບັນຫາ ທີ່ເປັນຜົນກະທົບເຖິງຄວາມໝັ້ນຄົງຂອງຊາດ ທາງດ້ານເສດຖະກິດ ຕາມສະພາບການເກີດຂຶ້ນ ເພື່ອສາມາດຮັບມືກັບການແກ້ໄຂສະພາບຢ່າງທັນການ.
    3. ວາງມາດຕະການຕ່າງໆ ແລະ ວິທີການຕົວຈິງ ໃນການສະໜອງເງິນຕາຕ່າງປະເທດ, ການຄຸ້ມຄອງອັດຕາແລກປ່ຽນ, ແກ້ໄຂບັນດາຮ້ານແລກປ່ຽນ, ການນໍາໃຊ້ເງິນຕາໃນທ້ອງຕະຫລາດໃຫ້ມີຄວາມສະຫງົບ ແລະ ມີສະຖຽນລະພາບ.
    4. ຕິດຕາມກວດກາ ແລະ ປະຕິບັດມາດຕະການເຂັ້ມງວດ ຕໍ່ຜູ້ລະເມີດກົດໝາຍ, ຜູ້ສ້າງຄວາມປັ່ນປ່ວນ ແລະ ສ້າງບັນຫາເສຍຫາຍໃຫ້ແກ່ເສດຖະກິດ-ການເງິນຂອງຊາດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.