ຢ່າຫາເຮັດ! ອຸທາຫອນຈາກປະເທດເພື່ອນບ້ານ ບຸກຮ້ານທອງຍ້ອນຂາດທຶນຈາກ Crypto
ອຸທາຫອນເຕືອນໃຈຈາກປະເທດເພື່ອບ້ານ ຫຼື ປະເທດໄທ ໃຫ້ກັບຄົນລາວຫຼາຍໆຄົນທີ່ກຳລັງສຶກສາກ່ຽວກັບ ການລົງທືນໃນ CryptoCurrency
ຈາກເຫດການທີ່ມີຄົນຮ້າຍປຸ້ນບຸກຮ້ານຄຳແຫ່ງໜຶ່ງ ໃນວັນທີ 18 ມິຖຸນາ 2022 ຄົນຮ້າຍໃສ່ໜ້າກາກອະນາໄມ ໃສ່ແວ່ນຕາ ບໍ່ໃສ່ໝວກປິດໜ້າ ເຂົ້າມາຂົ່ມຂູ່ເຈົ້າຂອງຮ້ານ ແລ້ວເອົາຄຳນໍ້າໜັກ 5 ບາດໄປແລ້ວໜີດ້ວຍລົດ
ຕໍ່ມາໃນຕອນເຊົ້າຂອງວັນທີ 19 ມິຖຸນາ ທາງເຈົ້າໜ້າທີ່ຕໍາຫຼວດສາມາດຈັບກຸມຕົວຜູ້ກໍ່ເຫດໄດ້ ແລະ ໄດ້ພາໄປເຮັດແຜນປະກອບຮັບຄໍາສາລະພາບ ພ້ອມດ້ວຍຂອງກາງທີ່ເປັນຄໍານໍ້າໜັກ 60 ບາດ ເຊິ່ງຕີເປັນມູນຄ່າລວມກວ່າ 2 ລ້ານບາດ (ປະມານ 1.000 ລ້ານກີບ)
ເຊິ່ງຈາກການສືບສວນພົບວ່າ ຜູ້ກໍ່ເຫດດັ່ງກ່າວ ໄດ້ບຸກຮ້ານທອງຍ້ອນຂາດທຶນຈາກການລົງທຶນໃນ CryptoCurrency ຫຼື ເງິນດີຈິຕອນນັ້ນເອງ
ທີ່ມາ InsideLaos