ຄົນເກີດວັນອາທິດ:ການງານເຮັດທຸລະກິດຈະການຄ້າເລື່ອງປູກຝັງຈະເຮັດໃຫ້ທຸລະກິດໄປໄດ້ດີ ການເງິນຈະໄດ້ໂຊກຈາກບຸກຄົນທີ່ມີອາຍຸນ້ອຍກວ່າ ຄວາມຮັກມີໂອກາດໄດ້ພົບຮັກທາງໂຊຊຽວກ່ຽວກັບບຸກຄົນທີ່ທ່ານກໍຄິດວ່າອາດບໍ່ແມ່ນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນໄຂ່ມຸກ ເລກນຳໂຊກ1
ຄົນເກີດວັນຈັນ:ການງານຕິດຕໍ່ທຸລະກິດກັບຜູ້ໃຫຍ່ໝູ່ສະໜິດຈະໄດ້ຮັບການສະໜັບສະໜຸນ ການເງິນຕ້ອງລະວັງເລື່ອງລາຍຈ່າຍທີ່ຍັງບໍ່ຄົງທີ່ ຄວາມຮັກໄດ້ພົບຮັກກັບຄົນໃຈດີຄົນທີ່ທ່ານກໍຮູ້ສຶກດີ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ7
ຄົນເກີດວັນອັງຄານ:ການງານພົບຄວາມສາມາດໃນຕົວເອງ ອາດເຮັດໃຫ້ວຽກງານຂອທ່ານດີຂຶ້ນ ການເງິນສຸກສົມຫວັງໃນການໃຊ້ຈ່າຍເພາະເປັນໄລຍະລາຍຈ່າຍຄົງທີ່ ຄວາມຮັກບໍ່ມີໂອກາດທີ່ຈະໄດ້ສານຄວາມສໍາຜັດເລີຍເພາະຄົນຮັກບໍ່ມີເວລາໃຫ້ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີແດງ ເລກນຳໂຊກ 9
ຄົນເກີດວັນພຸດ:ການງານເຮັດທຸລະກິດໄດ້ຜົນກຳໄລທີ່ດີເຂົ້າມາໃຫ້ທ່ານໄດ້ປະສົບການ ການເງິນຜູ້ໃຫຍ່ຈະອຸປະຖຳທາງການເງິນ ຄວາມຮັກລະວັງເລື່ອງຂອງອາລົມຂອງທ່ານທັງສອງ ເພາະອາດໄດ້ເລີກລາກັນ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນສີເຫຼືອງ ເລກນຳໂຊກ2
ຄົນເກີດວັນພະຫັດ:ການງານເຮັດທຸລະກິດໃນເລື່ອງຂອງນາຍໜ້າ ຈະປະສົບຄວາມສຳເລັດ ການເງິນໄດ້ເງິນຈາກການສ່ຽງໂຊກໃນມື້ນີ້ ຄວາມຮັກ ພົບສະຖານະການຮັກຊ້ອນຕ່າງຝ່າຍຕ່າງບໍ່ມີໃຜເປີດເຜີຍ
ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ1
ຄົນເກີດວັນສຸກ:ການງານການຂາຍເຄື່ອງ ການເປັນແມ່ຄ້າຈະເຮັດໃຫ້ທ່ານໄດ້ປະສົບການຫຼາຍ ການເງິນໄດ້ພົບຜູ້ອຸປະຖຳໃນເລື່ອງຂອງການເງິນ ຄວາມຮັກໄດ້ພົບຮັກກັບຄົນໃກ້ໂຕ ເປັນຄົນທີ່ມີຄວາມສາມາດ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນສີຟ້າ ເລກນຳໂຊກ 2
ຄົນເກີດວັນເສົາ:ການງານຢູ່ໃນສະຖານະການພົບຜູ້ຮ່ວມງານທີ່ບໍ່ຈິງໃຈ ການເງິນໃຊ້ເງິນຊື້ສິ່ງຂອງທີ່ຖືກໃຈເຂົ້າມາເຮັດໃຫ້ທ່ານອາດໄດ້ໃຊ້ເງິນເກັບ ຄວາມຮັກຕ້ອງເກັບຄວາມຮູ້ສຶກເສຍໃຈເອົາໄວ້ ບໍ່ສະແດງອອກໃຫ້ໃຜໄດ້ຮັບຮູ້ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ7