ທ່ານ ພົນຕີ ຄໍາກິ່ງ ຜຸຍຫລ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 17 ມິຖຸນາ 2022 ທີ່ຜ່ານມາວ່າ: ຖ້າເບິ່ງໃນແງ່ວິຊາສະເພາະຂອງເຈົ້າໜ້າທີ່ ເຫັນວ່າແຫລ່ງທ່ອງທ່ຽວສະຖານບັນເທີງ, ເທັກ-ບາ, ຮ້ານຄາລາໂອເກະ ຈໍານວນໜຶ່ງ ໄດ້ກາຍເປັນຈຸດນັດພົບ, ຈຸດພັກເຊົາ
ເຕົ້າໂຮມວາງແຜນເຄື່ອນໄຫວ, ມອບໝາຍໜ້າທີ່ຂອງກຸ່ມອາຊະຍາກໍາປະເພດຕ່າງໆ ເປັນຕົ້ນ ກຸ່ມຄ້າຂາຍຢາເສຍຕິດ, ຄ້າມະນຸດ, ຄ້າຂາຍເຄື່ອງຜິດກົດໝາຍ, ການພະນັນ ແລະ ອາຊະຍາກໍາແຕ່ລະປະເພດ ເຊິ່ງເປັນສິ່ງ ທ້າທາຍໃນການຕິດຕາມກວດກາ, ແກ້ໄຂຂອງເຈົ້າໜ້າທີ່ ເຊິ່ງບັນດາພື້ນທີ່ດັ່ງກ່າວ ເປັນຕະຫລາດຈໍາໜ່າຍ, ຊື້-ຂາຍ ສິ່ງຜິດກົດໝາຍ, ຄ້າປະເວນີ, ທັງເປັນສະຖານທີ່
ຫລິ້ນກິນຟູມເຟືອຍ, ເບື່ອເມົາ, ສ້າງໜີ້ສິນ, ມີຄວາມຕ້ອງການເງິນ ເພື່ອຕອບສະໜອງ ກໍ່ໃຫ້ເກີດມີການປຸ້ນຈີ້-ຊີງຊັບ, ຂ້າເຈົ້າເອົາຂອງ, ຈໍານວນໜຶ່ງກໍມີການກູ້ຢືມ ເປັນໜີ້ນອກລະບົບ ເມື່ອບໍ່ມີຄວາມສາມາດຊໍາລະກໍເກີດມີການປະທະວິວາດ, ໃຊ້ກໍາລັງຂົ່ມຂູ່, ທໍາຮ້າຍຮ່າງກາຍ, ທວງໜີ້ນອກລະບົບ, ກັກຂັງໜ່ວງໜ່ຽວ ຫລື ການຈັບຕົວຮຽກຄ່າໄຖ່ ແລະ ການຄາດຕະກໍາອາງພາງຄະດີ,
ອັນໄດ້ສ້າງຄວາມຢ້ານກົວໃຫ້ແກ່ສັງຄົມ, ທ້າທາຍຕໍ່ອໍານາດລັດ ກໍຄື ຄວາມສາມາດຂອງເຈົ້າໜ້າທີ່ ເຊິ່ງທັງໝົດນີ້ ແມ່ນນອນໃນກົນອຸບາຍ, ເລ່ລ່ຽມຂອງອັນຕະພານກຸ່ມອາຊະຍາກອນ ແລະ ເປົ້າໝາຍກໍອາຊະຍາກໍາປະເພດຕ່າງໆ ທີ່ຈະສວຍໂອກາດໄລຍະເປີດປະເທດ ເຂົ້າມາເຄື່ອນໄຫວກະທໍາ ຜິດໄດ້ສະດວກຂຶ້ນ, ເປົ້າໝາຍຢູ່ພາຍໃນກໍຈະມີເງື່ອນໄຂພົວພັນ ສົມທົບກັບເປົ້າໝາຍ ພາຍນອກ ເພື່ອວາງແຜນກໍຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບປອດໄພໃນສັງຄົມ.
ທ່ານພົນຕີ ຄໍາກິ່ງ ຜຸຍຫລ້າມະນີວົງ ກ່າວຢໍ້າວ່າ: ວຽກງານປ້ອງກັນຄວາມສະຫງົບໃນຂົງເຂດທ່ອງທ່ຽວ, ຈະພະຍາຍາມລົງເລິກເອົາໃຈໃສ່ຢ່າງໃກ້ຊິດຕິດແທດ ຕາມສາຍຕັ້ງ ແລະ ສາຍຂວາງ ເພື່ອບໍ່ໃຫ້ມີການກົດໜ່ວງ, ຊັກຊ້າ ໃນການດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ນັບມື້ຫລາຍຂຶ້ນ.