ວັນທີ 20 ມິຖຸນາ 2022 ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ຫຼື ລນລ ໄດ້ເຜີຍແຜ່ພາບ ຂະບວນລົດຂົນສົ່ງນໍ້າມັນຢູ່ສາງທ່ານາແລ້ງນະຄອນຫຼວງວຽງຈັນ ໃນເວລາ15:00ໂມງ.
ພາຍຫຼັງທີ່ ລັດຖະມົນຕີກະຊວງການເງິນກ່າວຕໍ່ກອງປະຊຸມສະພາໃນວັນທີ15 ມີຖຸນາວ່າ ລັດຖະບານ ໄດ້ຕົກລົງອະນຸມັດສິນເຊື່ອໃຫ້ ບໍລິສັດນໍ້າມັນເຊື້ອໄຟລາວ ຈໍານວນ 200 ລ້ານລິດ ເພື່ອສະໜອງ ນໍ້າມັນ ໃນໄລຍະ 3 ເດືອນ (6-7-8) ປີ 2022 ຢ່າງພຽງພໍໃນຂອບເຂດທົ່ວປະເທດ ໂດຍເລີ່ມແຕ່ ວັນທີ 20 ມິຖຸນາ ເປັນຕົ້ນໄປ.
ຢ່າງໃດກໍຕາມ ສະພາບໂດຍລວມໃນວັນທີ 20 ມິຖຸນາ ກໍເຫັນວ່າປໍ້ານໍ້າມັນຫຼາຍແຫ່ງເລີ່ມທະຍອຍເປີດໃຫ້ບໍລິຫານ ເຮັດໃຫ້ຄວາມແອອັດຜ່ອນຄ່າຍລົງເລັກນ້ອຍ . ຂະນະທີ່ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ແລະ ບໍລິສັດປີໂຕເທດ ຍັງເລັ່ງສືບຕໍ່ນຳເຂົ້ານໍ້າມັນ ແລະຂົນສົ່ງສູ່ບັນດາແຂວງຕ່າງໆຢ່າງເຄັ່ງຮ້ອນ ເພື່ອເຮັດໃຫ້ສະພາບການສະໜອງນໍ້າມັນເຂົ້າສູ່ສະພາບປົກກະຕິໂດຍໄວ.
ລັດຖະມົນຕິກະຊວງການເງິນຈຶ່ງໄດ້ອອກແຈ້ງການຄື: ມອບໃຫ້ຫົວໜ້າກົມພາສີ ຊີ້ນຳຫົວໜ້າພາສີ ປະຈຳແຂວງ, ນະຄອນຫລວງ, ຫົວໜ້າພາສີດ່ານສາກົນໃນຂອບເຂດທົ່ວປະເທດ ເພື່ອຄຸ້ມຄອງ, ອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້າ ແລະ ເຄື່ອນຍ້າຍ ນ້ຳມັນເຊື້ອໄຟຂອງບັນດາບໍລິສັດ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ, ດ້ວຍການແກ້ໄຂບັນດາຂອດຂັ້ນຕ່າງໆ ທີ່ຈະພາໃຫ້ມີການຫລ້າຊ້າ ອັ່ງອໍ ຂອງລົດບັນທຸນ້ຳມັນເຊື້ອໄຟ ແລະ ໃຫ້ສົມທົບກັບໜ່ວຍກວດ ກາມາດຕະຖານ ແລະ ວັດແທກຂອງຂະແໜງການອຸດສາຫະກຳ ແລະ ການຄ້າຢູ່ດ່ານ ໃຫ້ອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າມີຄວາມວ່ອງໄວ ເພື່ອສະໜອງນ້ຳມັນລົງປ້ຳໃຫ້ທັນຕາມກຳນົດເວລາ.