ຄົນເກີດວັນອາທິດ:ການງານເຮັດທຸລະກິດຈະການຄ້າຈະໄດ້ຜົນກຳໄລດີ ການເງິນໃຊ້ຄວາມປະຢັດໃນໄລຍະນີ້ໄປກ່ອນຈຶ່ງຈະດີ ຄວາມຮັກໄດ້ພົບຄົນເກັ່ງມີຄວາມສາມາດເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີແດງ ເລກນຳໂຊກ9
ຄົນເກີດວັນຈັນ:ການງານພົບຄວາມຈະເລີນຮຸ່ງເຮືອງ ແລະ ມີລູກຄ້າຫຼາຍເພີ່ມຂຶ້ນ ການເງິນຈະໄດ້ເງິນທີ່ຫາມາອອກມາໃຊ້ຈ່າຍຈໍານວນໜື່ງ ຄວາມຮັກໄດ້ພົບຄູ່ຮັກອາຍຸຕ່າງກັນຫຼາຍເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີນໍ້າຕານ ເລກນຳໂຊກ8
ຄົນເກີດວັນອັງຄານ:ການງານເຮັດວຽກຫຼາຍຈົນບໍ່ມີເວລາພັກຜ່ອນ ແຕ່ຈະປະສົບຄວາມສຳເລັດຫຼາຍ ການເງິນການເຈລະຈາຕໍ່ລອງຈະໄດ້ເງິນຫຼາຍເປັນພິເສດ ຄວາມຮັກສຸກສົມຫວັງເລື່ອງຄວາມຮັກໃນໄລຍະນີ້ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນຄໍາ ເລກນຳໂຊກ 8
ຄົນເກີດວັນພຸດ:ການງານເຮັດວຽກດ້ວຍຄວາມລະອຽດຮອບຄອບ ສ້າງຜົນງານໄດ້ໂດດເດັ່ນ ການເງິນໄດ້ເງິນເຂົ້າມາຫຼາຍແຕ່ກໍມີເຫດຕ້ອງຈ່າຍຢ່າງວ່ອງໄວ ຄວາມຮັກໄດ້ພົບຄູ່ບຸນ ຄົນທີ່ມີສີສະເໝີທ່ານໂດຍທີ່ຜູ້ໃຫຍ່ແນະນຳໃຫ້ໄດ້ຮູ້ຈັກກັນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີບົວ ເລກນຳໂຊກ1
ຄົນເກີດວັນພະຫັດ:ການງານມີໂອກາດຂັດແຍ້ງກັບຮຸ້ນສ່ວນແຕ່ເປັນເລື່ອງບໍ່ຮ້າຍແຮງ ການເງິນໄດ້ເງິນເຂົ້າມາໃນດ້ານທຸລະກິດຂອງທ່ານທີ່ເຮັດຢູ່ ຄວາມຮັກ ໄດ້ພົບຮັກກັບຄົນທີ່ມີອາຍຸຫຼາຍກວ່າທ່ານເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີສົ້ມ ເລກນຳໂຊກ6
ຄົນເກີດວັນສຸກ:ການງານເຮັດທຸລະກິດເປັນນາຍໜ້າທາງການຄ້າຈະປະສົບຄວາມສຳເລັດ ການເງິນໄດ້ກໍາໄລຈາກຄວາມສາມາດພິເສດຂອງທ່ານເອງ ຄວາມຮັກຄວາມສຳພັນຍັງເບິ່ງບໍ່ຊັດເຈນໃນບາງເລື່ອງລາວກ່ຽວກັບທ່ານທັງສອງ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີເທົາ ເລກນຳໂຊກ 9
ຄົນເກີດວັນເສົາ:ການງານພົບສະຖານະການທີ່ບໍ່ຄາດຝັນ ທີ່ຈະຕ້ອງແກ້ໄຂບັນຫາສະເພາະໜ້າຢ່າງວ່ອງໄວ ແລະ ລະວັງການຂັດແຍ້ງກັບຫົວໜ້າງານ ການເງິນມີໂອກາດໄດ້ຮັບຊັບ ມີຊັບສົມບັດເພີ່ມຫຼາຍຂຶ້ນ ຄວາມຮັກເກີດການຂັດແຍ້ງເລື່ອງນ້ອຍໆກັບຄົນຮັກ ແຕ່ຈະສາມາດຟື້ນຟູຄວາມສຳພັນກັນໄດ້ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີເຫຼືອງ ເລກນຳໂຊກ0