ຂ່າວດ່ວນ ແຕ່ງຕັ້ງ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ.

0
156

ຂ່າວດ່ວນ! ປະຊຸມສະພາເຫັນດີແຕ່ງຕັ້ງ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ.ວັນທີ 20 ມິຖຸນາ 2022, ສະພາຮັບຮອງເອົາ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ ພ້ອມທັງເປັນ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ກໍຄືກະຊວງ ປກສ ຂອງລາວເຮົາ.

ໃນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ 2022 ທ່ານນາຍົກລັດຖະມົນຕີ ວ່າດວ້ຍການພິຈາລະນາຮອງຮັບເອົາການແຕ່ງຕັ້ງ ຮອງນາຍົກລັດຖະມົນຕີ ແລະ ພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ມີດັ່ງລຸ່ມນີ້:

1.ທ່ານ ສະເຫລີມໄຊ ກົມມະສິດ ຂຶ້ນເປັນ ຮອງນາຍົກລັດຖະມົນຕີ ແລະ ເປັນລັດຖະມົນຕີ ກະຊວງການຕ່າງປະເທດ.

2.ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຂຶ້ນເປັນຮອງນາຍົກລັດຖະມົນຕີ ແລະ ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

3.ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງແຂວງສະຫວັນນະເຂດ ເປັນປະທານອົງການກວດສອບແຫ່ງລັດ.

4.ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະ ຊວງອຸດສາຫະກຳ ແລະ ການຄ້າ ຍ້າຍໄປເປັນລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

5.ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຍ້າຍໄປເປັນລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

6.ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ຍ້າຍໄປເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.

7.ທ່ານ ບຸນເຫລືອ ສິນໄຊວໍລະວົງ ຮອງລັດຖະມົນກະຊວງການເງິນ ຍ້າຍໄປເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ.