ຫມາກປູມເປົ້າຫຼື (Nitrous Oxide) ໄນຕັສອ໋ອກໄຊ ຄືສານເຄມີຊະນິດຫນຶ່ງ ສານຊະນິດນີ້ຈະໄປລົບກວນການເຮັດວຽກຂອງຫົວໃຈ ສະຫມອງ ແລະ ລະບົບຫາຍໃຈ
ໂດຍປົກກະຕິແລ້ວ ສານເຄມີຊະນິດນີ້ມັກໃຊ້ໃນວົງການແພດ ໃຊ້ເປັນຢາສະລົບ ຫຼືບັນເທົາການຈັບປວດ ໃນການຜ່າຕັດ ແຕ່ມີບາງກຸ່ມທີ່ໄປໃຊ້ຜິດປະເພດ ເອົາມາເສບເພື່ອຄວາມບັນເທີງ
ຜົນກະທົບຕໍ່ຮ່າງກາຍຄື : ຄວາມດັນເລືອດລົດ, ເປັນລົມ, ຫົວໃຈວາຍ ຫົວໃຈຫຍຸດເຕັ້ນ, ຮ່າງກາຍອ່ອນເພຍ, ເລືອດຈາງ, ກັ້ນຍ໋ຽວບໍ່ຢູ່, ມືຊາຕີນຊາ, ມີອາການເກັງ ກະຕຸກຕາມຮ່າງກາຍ ແລະແຂນຂາ
ຜູ້ຫຍິງມານລູກສຽ່ງຕໍ່ການຜິດປົກກະຕິຂອງເດັກນ້ອຍ, ພູມຄຸ້ມກັນອ່ອນແອ ເຊັກເສື່ອມ, ຫູແວ່ວປະສາດຫລອນ
ນອກຈາກນັ້ນຍັງມີຜົນກະທົບທາງດ້ານຈິດໃຈ ເກິດສະພາວະຊືມເສົ້າ, ເສຍສຸຂະພາບຈິດ, ຄວາມຮູ້ສືກເຫງົາ
ແລະ ຫວາດລະແວງ ແລະອື່ນໆ
ໄວລຸ່ນທີ່ກຳລັງທີ່ເຮັດຫຼືຄຶດສິລອງ ຂໍໃຫ້ຄິດໃຫ້ດີໆ ວ່າມັນຄຸ້ມບໍ່ກັບການທີ່ຈະໃຊ້ຢາເສບຕິດປະເພດນີ້ ເພາະຖ້າຜິດພາດຂື້ນມາມັນບໍ່ຄຸ້ມເລຍ ກັບຊີວິດຂອງເຮົາເອງ ເພາະຊີວິດມີພຽງ 1 ຄັ້ງຕາຍແລ້ວຟື້ນບໍ່ໄດ້ ຂໍໃຫ້ມ່ວນຊື່ນນຳຊີວິດ ທີ່ຫ່າງໄກຢາເສບຕິດ ຖ້າຕິດແລ້ວບໍ່ຮູ້ວິທີເລີກ ສາມາດປຶກສາຫມໍບຸນທະວີໄດ້.
.
ຈາກ: ບຸນທະວີ ພັນປັນຍາ ຢາພືື້ນເມືອງລາວ