ອາກາດຈະຮ້ອນຕອນບ່າຍ ແລະ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຕົກປານກາງພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ

0
147

ສະພາບອາກາດ ເວລາ 12:00 ໂມງ ຂອງວັນທີ 18.6.2022

ຄວາມກົດດັນຕໍ່າຂອງອາກາດຮ້ອນ ປົກຄຸມຢູ່ທົ່ວພາກຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງ ໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍ ແລະ ຈະມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຕົກປານກາງພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ພະຍາກອນອາກາດ ເວລາ 12:00 ໂມງວັນທີ 18/6/2022 ເຖິງເວລາ 12:00 ໂມງ ວັນທີ 19/6/2022

ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 18-30 ອົງສາ.

ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 21-34 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຈະຮ້ອນຂຶ້ນ ແລະ ຈະມີຝົນຕົກໃນລະດັບ ຄ່ອຍ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນ ລະຫວ່າງ 24-34 ອົງສາ.

ພາກກາງ: ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນ ລະຫວ່າງ 23-34 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມ ໃນລະຫວ່າງ 17-27 ອົງສາ.

ພາກໃຕ້: ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 23-33 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 16-28 ອົງສາ.