ຄວາມມັກ ແລະພອນສະແຫວງພາສ້າງສາວນ້ອຍ 13 ປີ ຖອຍລົດໃໝ່ແທນຄຸນແມ່

    0
    131

    ສາວນ້ອຍຄົນນີ້ມີຄວາມຝັນ ມີພອນສະຫວັນ ແລະພະຍາຍາມມາແຕ່ອາຍຸ 4 ປີ ຕອນນີ້ 13 ປີແລ້ວ ກາຍເປັນຊ່າງແຕ່ງໜ້າເຕັມຕົວ ແລະສາມາດຖອຍລົດປ້າຍແດງ ເພື່ອນຳມາຕອບແທນກຳລັງໃຈຜູ້ທີ່ຄອຍຢູ່ເບື້ອງຫຼັງຄວາມສຳເລັດຄືແມ່ຜູ້ໃຫ້ກຳເນີດ.

    ສາວນ້ອຍຄົນນີ້ມີຊື່ວ່ານ້ອງແພ ເມື່ອຄັ້ງໜຶ່ງຕອນທີ່ອາຍຸ 4 ປີແມ່ໄດ້ແຕ່ງໜ້າໃຫ້ລູກສາວ ແລະຖ່າຍຄລິບວີດີໂອມາລົງໂຊຊ່ຽວ ສາວນ້ອຍຄົນນັ້ນສະແດງຄວາມຕື່ນເຕັ້ນດີໃຈຢ່າງໄຮ້ດຽງສາ ເຮັດໃຫ້ຊາວເນັດຕາມເຊຍຢ່າງລົ້ນຫຼາມ ແລະນັ້ນກາຍເປັນຈຸດແຈ້ງເກີດຊ່າງແຕ່ງໜ້າຄົນໃໝ່ແບບອັດຕະໂນມັດ.

    ຫຼັງຈາກເຫດການຄັ້ງນັ້ນ ນ້ອງແພໄດ້ກາຍເປັນທີ່ຮູ້ຈັກ ແລະໂດ່ງດັງຂື້ນມາຢ່າງວ່ອງໄວ ເຊິ່ງນ້ອງເອງກໍ່ບໍໄດ້ເຮັດໃຫ້ບັນດາແຟນຄັບຕ້ອງຜິດຫວັງໄດ້ພັດທະນາຕົນເອງຢ່າງຕໍ່ເນື່ອງຈົນກາຍເປັນຄົນເກັ່ງ ສົມກັບສັງຄົມຊື່ນຊົມ.


    ຢ່າງໃດກໍ່ຕາມ ກ່ອນຈະມາເຖິງຈຸດນີ້ສາວນ້ອຍແພແມ່ນຕ້ອງຜ່ານຜ່າຄຳຄົນມາມາກມາຍຈົນບາງຄັ້ງແອບຄິດນ້ອຍໃຈ ແຕ່ສຸດທ້າຍແລ້ວສາວນ້ອຍຄົນນີ້ກໍ່ເລືອກທີ່ຈະສູ້ຕໍ່ເພື່ອເດີນຕາມຝັນ ເພື່ອຄວາມມັກຂອງລູກ ແມ່ຕັດສິນໃຈສົ່ງລູກສາວໂຕນ້ອຍໄປຮຽນແຕ່ງໜ້າຮອດອັງກິດ.
    ດ້ວຍອາຍຸທີ່ນ້ອຍຫຼາຍ ຍິ່ງເປັນຈຸດປະກາຍໃຫ້ນ້ອງໂດ່ງດັງຂຶ້ນ ມີຫຼາຍຄົນຢາກຮູ້ລວມທັງບັນດາດາລານາງແບບຕ່າງໆກໍ່ມາຂໍລອງສີມື ທັ້ງເຫັນວ່າບໍ່ທຳມະດາເປັນທີ່ຍອມຮັບຢ່າງກວ້າງຂວາງຈົນໂດ່ງດັງໄດ້ຄືມື້ນີ້.

    ໂຊຊຽວແຈ້ງເກີດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.