ລັດຖະບານ ຈະເລັ່ງແກ້ໄຂ ອາສາສະໝັກທີ່ລໍຖ້າ ບັນຈຸເປັນລັດຖະກອນ ທັງສູນກາງ ແລະ ທ້ອງຖິ່ນ

    0
    157

    ເພື່ອແກ້ໄຂບັນຫາພະນັກງານອາສາສະໝັກ ທີ່ຍັງລໍຖ້າບັນຈຸເຂົ້າເປັນລັດ ຖະກອນຢູ່ແຕ່ລະກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ລັດຖະບານ ຈະສືບຕໍ່ສະໜອງໂກຕ້າ ໃຫ້ລັດຖະກອນ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ລັດຖະກອນຄູ, ລັດຖະກອນແພດ ຢູ່ເຂດຫ່າງໄກສອກຫລີກ, ທຸລະກັນດານ ໂດຍໃຫ້ບູລິມະສິດພິ ຈາລະນາຮັບເອົາອາສາສະໝັກ ທີ່ມີຄວາມຮູ້ຄວາມສາມາດ, ມີມາດຖານຄົບຖ້ວນແລະ ປະຕິບັດວຽກງານມາຫລາຍປີ.

    ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ຊີ້ແຈງໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສາພາແຫ່ງຊາດ ຊຸດທີ IX ໃນວັນທີ16 ມິຖຸນາ 2022 ນີ້ວ່າ: ສຳລັບປີ 2022, ລັດຖະບານໄດ້ອະນຸມັດຕົວເລກລັດຖະກອນໃໝ່ ຈຳນວນ1.300 ຄົນ, ໃນນັ້ນ, ໄດ້ແບ່ງໃຫ້ລັດຖະກອນຄູ ຈຳນວນ 340 ຄົນ ແລະ ລັດຖະ ກອນແພດຈໍານວນ 320 ຄົນ. ປັດຈຸບັນ, ບັນດາກະຊວງ, ອົງການຂັ້ນສູນກາງ ແລະທ້ອງຖິ່ນ ກຳລັງຈັດຕັ້ງປະຕິບັດການສອບເສັງຄັດເລືອກລັດຖະກອນໃໝ່ ເພື່ອບັນຈຸໃຫ້ທັນຕາມກຳນົດເວລາ ພ້ອມກັນນັ້ນ, ກະຊວງພາຍໃນກຳລັງສັງລວມສະຖິຕິພະນັກ ງານ-ລັດຖະກອນທົ່ວປະເທດໃນປີ 2022 ເພື່ອລາຍງານລັດຖະບານ ໃນເດືອນສິງຫາ 2022 ທີ່ຈະມາເຖິງນີ້.

    ທ່ານ ທອງຈັນ ມະນີໄຊ ຍັງໃຫ້ຮູ້ອີກວ່າ: ເພື່ອແກ້ໄຂບັນຫາພະນັກງານອາສາສະໝັກ ທີ່ຍັງລໍຖ້າບັນຈຸເປັນລັດຖະກອນ ຢູ່ບັນດາແຂວງ ໃນຂອບເຂດທົ່ວປະເທດ, ລັດຖະບານ ຈະສືບຕໍ່ຄົ້ນຄວ້າ ການຫັນຫົວໜ່ວຍວິຊາການທີ່ມີລາຍຮັບໄປກຸ້ມຕົນເອງທາງດ້ານງົບປະມານ ເທື່ອລະກ້າວໂດຍຫັນເອົາພະນັກງານ-ລັດຖະກອນ, ອາສາສະໝັກ ແລະ ພະນັກງານຕາມສັນຍາ ທີ່ສັງກັດໃນຫົວໜ່ວຍວິຊາການ

    ດັ່ງກ່າວ ເປັນພາລະກອນຕາມຕຳແໜ່ງງານ (ເຊິ່ງພະລາກອນ ແມ່ນ ພະນັກງານຂອງລັດ ທີ່ປະຕິບັດໜ້າທີ່ຢູ່ຫົວໜ່ວຍວິຊາການຂອງລັດ ເປັນຕົ້ນແມ່ນບັນດາສະຖາບັນການສຶກສາວິຊາຊີບ ຂຶ້ນໄປ, ໂຮງໝໍ ແລະ ບັນດາສູນ ທີ່ສາມາດສ້າງລາຍຮັບດ້ານການເງິນກຸ້ມຕົນເອງທາງດ້ານງົບປະມານເຊິ່ງປັດຈຸບັນ, ລັດຖະບານ ໄດ້ທົດລອງຢູ່ 5 ພາກສ່ວນຄື: ໂຮງໝໍມະໂຫສົດ, ໂຮງໝໍໄຊເສດຖາທິ

    ຣາດ, ໂຮງໝໍມິດຕະພາບ, ມະຫາວິທະຍາໄລແຫ່ງຊາດແລະ ວິທະຍາໄລເຕັກນິກປາກປ່າສັກ). ຖ້າພວກເຮົາສາມາດຫັນໄດ້ສຳເລັດຕາມຄາດໝາຍ ພວກເຮົາກໍ່ຈະສາມາດຈັດສັນໂກຕ້າລັດຖະກອນຄູ, ແພດ ແລະ ລັດຖະກອນອື່ນໆຂອງບັນດາຫົວໜ່ວຍວິຊາການ ໄປໃຫ້ເຂດຫ່າງໄກສອກຫລີກ, ເຂດທຸລະກັນດານ ແລະ ຂະແໜງການອື່ນໆທີ່ຍັງຂາດແຄນ.

    ພ້ອມກັນນັ້ນ, ກໍໃຫ້ກະຊວງກ່ຽວຂ້ອງ ຄົ້ນຄວ້າສັບຊ້ອນ ລັດຖະກອນຄູ ຢູ່ໃນຕົວເມືອງ ທີ່ເຫລືອລົງໄປປະຈຳຢູ່ເຂດຊົນນະບົດ, ສືບຕໍ່ຕິດຕາມ, ກວດກາ ແລະ ຄວບຄຸມການຍົກຍ້າຍ ຂອງລັດຖະກອນຄູ ຢູ່ເຂດຫ່າງໄກສອກຫລີກ ເຂົ້າສູ່ຕົວເມືອງ ແລະ ຍົກ ຍ້າຍມາເປັນລັດຖະກອນບໍລິຫານ, ນອກຈາກນັ້ນ ໃຫ້ສືບຕໍ່ເກັບກຳຂໍ້ມູນລັດຖະກອນຄູສາຍວິຊາສະເພາະທີ່ຍັງຂາດເຂີນ ເພື່ອວາງແຜນສ້າງບຸກຄະລະກອນ ສາຍວິຊາສະ ເພາະທີ່ຍັງຂາດເຂີນ ພ້ອມທັງສືບຕໍ່ເກັບກຳຂໍ້ມູນ ພະນັກງານອາສາສະໝັກ, ພະນັກ ງານຕາມສັນຍາໃຫ້ມີຄວາມຊັດເຈນ.

    ຂ່າວ: ທະນູທອງ

    ພາບ: ອ່າຍຄຳ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.