ຕິດຕາມຕອນຕໍ່ໄປ ເລີ່ມ 20 ມິຖຸນາ ເປັນຕົ້ນໄປ ຈະໄດ້ໃຊ້ນໍາມັນເປັນປົກກະຕິ! ລຸ້ນໆ

    0
    149

    ຂປລ. ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນພາກບ່າຍວັນທີ 15 ມິຖຸນາ 2022 ນີ້,

    ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ຕໍ່ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ໂດຍສະ ເພາະບັນຫາຂໍ້ຫຍຸ້ງຍາກກ່ຽວກັບນໍ້າມັນ ໂດຍທ່ານໄດ້ຢືນຢັນວ່າ:

    ລັດຖະບານ ໄດ້ຕົກລົງອະນຸມັດສິນເຊື່ອໃຫ້ ບໍລິສັດນໍ້າມັນເຊື້ອໄຟລາວ ຈໍານວນ 200 ລ້ານລິດ ເພື່ອສະໜອງ ນໍ້າມັນ ໃນໄລຍະ 3 ເດືອນ (6-7-8) ປີ 2022 ຢ່າງພຽງພໍໃນຂອບເຂດທົ່ວປະເທດ ໂດຍເລີ່ມແຕ່ ວັນທີ 20 ມິຖຸນາ ເປັນຕົ້ນໄປ.


    ທ່ານ ບົນໂຈມ ອຸບົນປະເສີດ ຍັງໃຫ້ຮູ້ຕື່ມວ່າ: ລັດຖະບານ ຍັງໄດ້ສະເໜີຕໍ່ສະພາແຫ່ງຊາດ ເພື່ອປັບອັດຕາອາກອນຊົມໃຊ້ນໍ້າມັນເຊື້ອໄຟເປັນຄັ້ງທີ 2, ຫລັງຈາກເຄີຍປັບມາແລ້ວໜຶ່ງຄັ້ງຄື: ແອັດຊັງທໍາມະດາປັບຈາກ 31% ມາເປັນ 16%, ນໍ້າມັນກາຊວນປັບຈາກ 21% ມາເປັນ 11%.

    ຂ່າວ: ສຸພາສະຫວັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.