ລາຄາຄຳວັນທີ15 ມິຖຸນາ 2022 ຜັນຜວນແຮງທີ່ສຸດ ຈາກເປີດຕະຫຼາດຢູ່ທີ່ 19.569.000ກີບ ຈາກນັ້ນໄດ້ປັບລົງຢ່າງຕໍ່ເນື່ອງມາຢູ່ທີ່16.339.000ກີບ ຫລືປັບລົງກວ່າ3ລ້ານກີບຕໍ່1ບາດ.
ລາຄາຄຳອ້າງອີງຮ້ານຄຳພູວົງ ເປີດຕະຫຼາດເວລາ9:32ໂມງ ຂອງວັນທີ15 ມິຖຸນາ 2022 ຢູ່ທີ່19.569.000ກີບ ປັບລົງເລັກໜ້ອຍຈາກງັນທີ14 ມິຖຸນາ 2022.
ຈາກນັ້ນລາຄາຄຳກໍປັບລົງຢ່າງຕໍ່ເນື່ອງ ໂດຍປັບຄັ້ງທີ 4 ເວລາ 10: 27ໂມງມາຢູ່ທີ່ 18.709.000ກີບຕໍ່1ບາດ
ປັບຄັ້ງທີ 6 ເວລາ 10: 57ໂມງມາຢູ່ທີ່ 17.279.000ກີບຕໍ່1ບາດ
ປັບຄັ້ງທີ7 ເວລາ11:42ໂມງ ປັບລົງມາຢູ່ທີ່17.029.000ກີບຕໍ່1ບາດ
ເວລາ12:06ໂມງ ປັບລົງອີກມາຢູ່ທີ16.339.000ກີບຕໍ່ບາດ
ຂະນະທີ່ທ່ານ ຈັນທະວົງ ພະມີສິດ ຜູ້ອຳນວຍການຮ້ານຄຳພູວົງ ໂພສລົງເຟສບຸກກ່ອນໜ້ານີ້ ວ່າ: ຜູ້ທີ່ລົງທຶນກ່ຽວກັບຄຳ ແນະນຳໃຫ້ຄ່ອຍໆຊື້ສະສົມຈະເປັນວິທີການລົງທຶນທີ່ດີ ແລະປ້ອງກັນຄວາມສ່ຽງເລື່ອງຂອງການຜັນຜວນໄດ້.