ເຫັນພາບນີ້ແລ້ວເກີນບັນຍາຍ ຄວາມຈີງໃນສະຖານະການຄືປະຈຸບັນນີ້ຕ້ອງມີນ້ຳໃຈໃຫ້ກັນໃຫ້ຫຼາຍທີ່ສຸດ ຈາກຄົນທີ່ເຄີຍເຕີມເຕັມຖັງຕອນນີ້ຕ້ອງຫຼຸດປະລິມານລົງເພື່ອຄົນອື່ນໄດ້ໃສ່ນຳ.
ບາດນີ້ແມ່ນຫຍັງ ເຕີມນ້ຳມັນໃສ່ກະຊັງປາ, ອີກຄັນກໍ່ກະຝຸ່ນມາໃສ່ເລີຍ ແບບນີ້ຄົນອື່ນທີ່ກ້ຽງຖັງໄປບໍໄດ້ເດເຮັດແນວໃດພີ່ນ້ອງຊາວລາວ?
ເພິ່ນບອກພິກັດມາ ປຕທ ໜອງແຕ່ງ ຝາກພາກສ່ວນກ່ຽວຂ້ອງກວດກາກວດສອບຕື່ມ ຈະມີທຸລະຕ້ອງເຮັດຕ້ອງໃຊ້ນ້ຳມັນຫຼາຍ ຫຼືຕ້ອງການກັກຕຸນກໍບໍຄວນບັນຈຸໃຫ້ຫຼາຍປານນີ້.
ສົງສານ ເຫັນໃຈບາງຄົນທີ່ຂີ່ເລາະແລ້ວບໍໄດ້ນ້ຳມັນໃສ່ ບາງຄົນຕ້ອງຈຸງລົດຍ່າງເພາະຫານ້ຳມັນໃສ່ບໍໄດ້ ເຮົາຈິ່ງບໍ່ຄວນເຫັນແກ່ຕົວ ແລະແບ່ງປັນກັນຖ້າສາມາດແບ່ງໄດ້.
ແມ່ນແນວໃດແທ້ ເປັນໄປແລ້ວ ບໍ່ໃສ່ເປັນຕຸກແຕ່ບັນຈຸລົງກະຊັງລ້ຽງປາເລີຍ