ຄົນເກີດວັນອາທິດ:ການງານພົບເລື່ອງຂັດແຍ້ງກັບຜູ້ບໍລິຫານໃນເລື່ອງຂອງການງານ ການເງິນໄດ້ເງິນເຂົ້າມາຈໍານວນຫຼາຍ ແຕ່ກໍໃຊ້ຈ່າຍແບບຈໍາເປັນ ຄວາມຮັກຄວາມສຳພັນຢູ່ໃນເກນທີ່ບໍ່ຊັກເຈນເພາະຕ່າງຝ່າຍຕ່າງບໍ່ມີເວລາໃຫ້ກັນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ9
ຄົນເກີດວັນຈັນ:ການງານ ເຮັດທຸລະກິດຕິດຕໍ່ທີ່ດິນຈະປະສົບຄວາມສຳເລັດ ການເງິນຈະໄດ້ເງິນຈາກພີ່ນ້ອງເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກໝູ່ເພື່ອນຈະນຳພາໄປພົບຄວາມສຳພັນທີ່ກໍ່ໃຫ້ເກີດຄວາມສຸກ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີແດງ ເລກນຳໂຊກ4
ຄົນເກີດວັນອັງຄານ:ການງານລວບລວມເງິນທຶນເພື່ອເຮັດທຸນກິດຈະການຄ້າ ການເງິນການເຈລະຈາຕໍ່ລອງເຮັດໃຫ້ໄດ້ເງິນເຂົ້າມາ ຄວາມຮັກໄດ້ພົບຄູ່ຄອງຮັກແທ້ທີ່ທ່ານຮູ້ສຶກດີເຂົ້າມາໃຫ້ຮູ້ຈັກ
ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີຟ້າ ເລກນຳໂຊກ 6
ຄົນເກີດວັນພຸດ:ການງານເດິນທາງຕິດຕໍ່ທຸລະກິດນອກສະຖານທີ່ຈະປະສົບຄວາມສຳເລັດ ການເງິນຈະໄດ້ເງິນຈາກຄວາມດຸໝັ່ນ ແລະ ຄວາມສາມາດພິເສດຂອງຕົນເອງ ຄວາມຮັກໄດ້ພົບຄົນທີ່ມີຄວາມສາມາດຫລາຍເປັນພິເສດ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ6
ຄົນເກີດວັນພະຫັດ:ການງານເຮັດທຸລະກິດອາຊີບກ່ຽວກັບອາຫານຈະເຮັດໃຫ້ທ່ານມ່ວນກັບມັນ ການເງິນຄົນໃກ້ຕົວຈະນຳໂຊກມາໃຫ້ ຄວາມຮັກ ໄດ້ພົບຄົນມີສະເໜ່ເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຂາວ ເລກນຳໂຊກ7
ຄົນເກີດວັນສຸກ:ການງານມີໂອກາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງຈະເລີນຮຸ່ງເຮືອງ ແລະ ກ້າວໜ້າ ການເງິນລາຍຈ່າຍຫຼາຍເປັນພິເສດ ທຸກຢ່າງຄືສໍາຄັນໄປໝົດ ຄວາມຮັກໄດ້ພົບຮັກກັບຄົນໃກ້ໂຕ ຊື່ງທ່ານເອງກໍຍັງບໍ່ຮູ້ຕົວ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ 7
ຄົນເກີດວັນເສົາ:ການງານແກ້ໄຂບັນຫາສະເພາະໜ້າໄດ້ຢ່າງວ່ອງໄວ ການເງິນຈະໄດ້ເງິນຈາກຄວາມສາມາດຂອງທ່ານເອງ ຄວາມຮັກ ຄວາມສຳພັນຢູ່ໃນເກນທີ່ຕ້ອງປັບຄວາມເຂົ້າໃຈກັນໃຫ້ຫຼາຍ
ເຄື່ອງມຸງຄຸນ ຄໍາ ສີມຸງຄຸນສີບົວ ເລກນຳໂຊກ1