ແຈ້ງກະຊວງການເງິນ ປະກາດຮັບສະໝັກລັດຖະກອນໃຫມ່ ຈຳນວນ 25 ໂກຕ້າ
ວັນທີ 8 ມິຖຸນານີ້ ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການເງິນ ໄດ້ອອກປະກາດຮັບສະໝັກລັດຖະກອນໃໝ່ໂດຍແຈ້ງມາຍັງທ່ານທີ່ມີຄວາມສົນໃຈຢາກສະໝັກສອບເສັງເຂົ້າເປັນລັດຖະກອນໃໝ່ ຢູ່ກະຊວງການເງິນ ປີ 2022 ຊາບວ່າ: ກະຊວງການເງິນ ຈະໄດ້ຈັດຕັ້ງການສອບເສັງບັນຈຸລັດຖະກອນໃໝ່ ຈຳນວນ 25 ໂກຕ້າ ເພື່ອຄັດເລືອກເອົາຜູ້ທີ່ມີຄວາມຮູ້ ແລະ ຄວາມສາມາດ ປະກອບເຂົ້າໃສ່ຕຳແໜ່ງງານທີ່ຍັງຫວ່າງຢູ່ ບັນດາກົມ ແລະ ທຽບເທົ່າກົມ ທີ່ຂຶ້ນກັບກະຊວງການເງິນ ລາຍລະອຽດມີຄືດັ່ງນີ້:
I. ເງື່ອນໄຂຂອງຜູ້ທີ່ຈະເຂົ້າຮ່ວມສະໝັກສອບເສັງ 1. ຕ້ອງຮຽນຈົບລະດັບວິຊາສະເພາະຊັ້ນສູງຂຶ້ນໄປ ຢູ່ພາຍໃນ ຫຼື ຕ່າງປະເທດ ໃນສາຂາວິຊາ ການເງິນ-ການບັນຊີ, ບໍລິຫານທຸລະກິດ, ເສດຖະສາດ, ກົດໝາຍ, ໄອທີ ແລະ ມີຄະແນນສະເລ່ຍ 3,00 ຫຼື ເກຣດ B ຂຶ້ນໄປ.
2. ເປັນພົນລະເມືອງລາວຖືສັນຊາດລາວ, ເພດ: ຊາຍ ຫຼື ຍິງ ມີອາຍຸ 18 ຂຶ້ນໄປ ແຕ່ບໍ່ເກີນ 35 ປີ.3. ບໍ່ເຄີຍຖືກສານປະຊາຊົນຕັດສິນລົງໂທດ, ຕັດອິດສະຫຼະພາບ, ບໍ່ເຄີຍຖືກວິໄນໄລ່ອອກຈາກອົງການຈັດຕັ້ງພັກ-ລັດ, ເອກະຊົນ ແລະ ລັດວິສາຫະກິດ ຫຼື ອົງການຈັດຕັ້ງສາກົນ.4. ມີສຸຂະພາບແຂງແຮງ, ມີມະນຸດສຳພັນດີ, ມີຄວາມອົດທົນ ແລະ ສັດຊື່ບໍລິສຸດ.
II. ການພົວພັນ, ຄ່າທຳນຽມ, ວັນ, ເວລາ ແລະ ສະຖານທີ່ຮັບຄຳຮ້ອງສະໝັກສອບເສັງ ມີດັ່ງນີ້:1. ໃຫ້ພົວພັນ ແລະ ຍື່ນເອກະສານສະໝັກສອບເສັງດ້ວຍຕົນເອງ ຢູ່ທີ່ສະຖາບັນການເງິນ-ການບັນຊີ (ດົງຄຳຊ້າງ) ນະຄອນຫຼວງວຽງຈັນ ແລະ ບໍ່ອະນຸຍາດໃຫ້ບຸກຄົນອື່ນມາພົວພັນຮັບ-ສົ່ງເອກະສານແທນ.
2. ຄ່າທຳນຽມລົງທະບຽນເຂົ້າຮ່ວມການສອບເສັງ ຄົນລະ 30.000 ກີບ (ສາມສິບພັນກີບ).3. ເລີ່ມພົວພັນ ແລະ ຮັບເອກະສານສະໝັກສອບເສັງ ນັບແຕ່ວັນທີ 13 ມີຖຸນາ 2022 ເປັນຕົ້ນໄປ (ກຳນົດ 05ວັນ ລັດຖະການ) ແລະ ປິດຮັບຄຳຮ້ອງ ວັນທີ 17 ມິຖຸນາ 2022 (ເວລາ 16:00 ໂມງ).
4. ສາມາດດາວໂຫຼດໜັງສືຄຳຮ້ອງສະໝັກເຂົ້າສອບເສັງໄດ້ທາງເວບໄຊ໌ ກະຊວງການເງິນ www.mof.gov.la;5. ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ ກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໂທ/ແຟັກ: 021451836, 020 22222883.
III. ເອກະສານປະກອບຄຳຮ້ອງສະໝັກເຂົ້າສອບເສັງ ມີດັ່ງນີ້: 1. ໜັງສືຄຳຮ້ອງສະໝັກເຂົ້າສອບເສັງ (ຂອງກະຊວງການເງິນ) 01 ຊຸດ.2. ສຳເນົາໃບປະກາສະນີຍະບັດ ແລະ ໃບຄະແນນ ຢ່າງລະ 1 ຊຸດ.3. ຊີວະປະຫວັດຫຍໍ້ທົ່ວໄປ 1 ຊຸດ.4. ສຳເນົາປື້ມສຳມະໂນຄົວ ແລະ ບັດປະຈຳຕົວຢ່າງລະ 1 ຊຸດ.
5. ຮູບຖ່າຍບໍ່ເກີນ 03 ເດືອນ (ຂະໜາດ 3×4) ພື້ນສີຂາວ 3 ໃບ. 6. ໃບແຈ້ງໂທດ 1 ໃບ.IV. ການສັບຊ້ອນພາຍຫຼັງສອບເສັງໄດ້: ກະຊວງການເງິນຈະສັບຊ້ອນຜູ້ທີ່ສອບເສັງໄດ້ ໄປສັງກັດຢູ່ບັນດາກົມ ແລະທຽບເທົ່າກົມ ທີ່ຂຶ້ນກັບກະຊວງການເງິນ ຕາມຕຳແໜ່ງງານທີ່ຕ້ອງການຕົວຈິງ, ຖ້າຜູ້ທີ່ສອບເສັງໄດ້ ບໍ່ໄປຕາມການສັບຊ້ອນຂອງກະຊວງການເງິນ ຖືວ່າສະຫຼະສິດ.