ການເຮັດພັດສະປອດເວົ້າໄດ້ວ່າ ື ໜັງສືຜ່ານແດນລ້ວນເປັນຈຸດສູນລວມທີ່ຄົນຫຼາຍເປັນປະຈຳມີຕະຫຼອດໄລຍະຜ່ານມາ ແຕ່ການເອົງມຸ້ງເອົາໝອນໄປລໍຄີວນີ້ເປັນປະກົດການຫຼັງເປີດປະເທດ ຫວັງວ່າຈະບໍແມ່ນອາການ ໂຄວິດໄລຍະຍາວ ຫຼື long Covid ນໍ ທຸກຄົນ.
ຕາມລາຍງານຂ່າວໃນວັນທີ 9.6.2022 ມີ ປະຊາຊົນຈໍານວນຫຼາຍຮ້ອຍຄົນ ບາງຄົນນໍາມຸ້ງ ແລະ ບ່ອນນອນ ໄປຕັ້ງຫຼັກປັກຖານແຕ່ຕອນທ່ຽງຄືນ ລໍຖ້າເຮັດບັດຜ່ານແດນ passport ດ້ານໜ້າກະຊວງການຕ່າງປະເທດ ກົມກົງສູນ.
ເຫັນພາບນັ້ນແລ້ວ ຫຼາຍຄົນວ່າບໍມີວິທີແກ້ໄຂຕັດຂັ້ນຕອນຕ່າງໆບໍ ແຕ່ຄິດວ່າເທົ່າທີ່ເຫັນຜ່ານມາຕັດສຸດແລ້ວ ມີແຕ່ໜັງສືໃບດຽວໄປເຊັນບ້ານແລ້ວເຂົ້າກົງສູນເລີຍ ແຕ່ບັນຫາຄືຢູ່ທີ່ຄວາມຄິດຄົນ.
ໂດຍສະເພາະຜູ້ມາແຕ່ເຂດນອກ ຈະມັກຕື່ນເດີກລຸກເຊົ້າໄປຖ້າຄີວແຕ່ຕອນບໍມີໂຄວິດກໍມີໄປແຕ່ 4-5 ໂມງພຽງບໍ່ເປັນປະເດັນ ເພາະຕອນນັ້ນຄົນຍັງບໍຫຼາຍແຮງ.
ສ່ວນຫຼັງຈາກໂຄວິດ ເປັນການສະສົມຜູ້ຢາກເຮັດພັດສະປອດມາເປັນເວລາເກືອບ 2 ປີກໍ່ເຮັດໃຫ້ຈຳນວນຫຼາຍກໍແມ່ນເລື່ອງທຳມະດາຢູ່ແລ້ວ ທີ່ແປກກວ່ານັ້ນຄືການລົງທຶນໄປກາງມຸ້ງນອນຖ້າກໍຄົງເສຍສຸຂະພາບລ້າໆເພາະຈັ່ງໃດຫ້ອງການກໍ່ເປີດ 8:00 ໂມງຢູ່ດີ.
ສຳລັບວິທີແກ້ໄຂ ການເປີດລົງທະບຽນທາງອອນບາຍ ເພື່ອອອກລະຫັດປະຈຳບຸກຄົນ ແລະໃຫ້ກະຊວງການຕ່າງປະເທດກຳນົດຈຳນວນທີ່ສາມາດເຮັດໄດ້ ເພື່ອໃຫ້ຜູ້ທີ່ຕ້ອງການເຮັດພັດສະປອດເຂົ້າໄປສຳພາດຕາມມື້ທີ່ຢູ່ໃນລຳດັບຂອງເຂົາຈະເປັນການດີທີ່ສຸດ.
ເຄຣດິດພາບ:ເພຈຜະລິດຕະພັນລາວ