ເສັ້ນທາງຕັດໃໝ່ ກາສີ-ເມືອງນານ ມັກເປັນທີ່ນິຍົມຂອງຜູ້ເດີນທາງຈາກນະຄອນຫຼວງວຽງຈັນໄປຍັງບັນດາແຂວງພາກເໜືອ ຍ້ອນເປັນເສັ້ນທາງທີ່ສັ້ນ ແລະປະຢັດເວລາ ປະຢັດນ້ຳມັນ.
ແຕ່ທາງເສັ້ນນີ້ ໄດ້ພາກຊີວິດຜູ້ຄົນໄປຫຼາຍຕໍ່ຫຼາຍແລ້ວ ເນື່ອງຈາກເປັນທາງທີ່ສູງຊັນ ແລະມື່ນ ໂດຍສະເພາະຍາມມີຝົນຕົກແມ່ນສ່ຽງທີ່ສຸດທີ່ເກີດອຸບັດຕິເຫດໄດ້.
ຕາມລາຍງານ ວັນທີ 8.6.2022 ເສັ້ນທາງພູ 9 ຫລັກ ລະຫວ່າງເມືອງນານ ແຂວງຫລວງພຣະບາງ ຫາ ເມືອງກາສີ ແຂວງວຽງຈັນ ມີຝົນຕົກ ເຮັດໃຫ້ເສັ້ນທາງມື່ນ ໃຜຈະໄປ ຫລືທຽວລົງໄປແຖວນັ້ນ ຂໍໃຫ້ເອົາໃຈໃສ່ ລະມັດລະວັງ ເປັນພິເສດແດ່ເດີ ໂອ້ຍໆໆຂວັນເອີຍຂວັນມາເນີ້
ເສັ້ນທາງພູເກົ້າຫຼັກ ສ່ຽງດວງໄປແລ້ວກັບມາຮອດຈັ່ງວ່າປອດໄພ
ເສັ້ນທາງພູເກົ້າຫຼັກ ສ່ຽງດວງໄປແລ້ວກັບມາຮອດຈັ່ງວ່າປອດໄພ