ເລື່ອງລາວ ມີລົດສັນຈອນຕາມເສັ້ນທາງດ່ວນຖືກຍິງນັ້ນ ລ້ວນເປັນທີ່ສົນໃຈຂອງປະຊາຊົນ ແລະເສັ້ນທາງດ່ວນກໍ່ມີລະບົບຮັກສາຄວາມປອດໄພຕະຫຼອດເສັ້ນທາງ ຈິ່ງເຊື່ອວ່າ ຈະສາມາດຈັບຕົວຄົນຮ້າຍໄດ້ໄວໆ ແລະຫຼ້າສຸດນີ້ຍິນຂ່າວວ່າ ຈັບໄດ້ແລ້ວ.
ການປະຕິບັດການຈັບກຸ່ມຄົນຮ້າຍຢູ່ເມືອງວັງວຽງ ແມ່ນມີການໄລ່ກັນກາງບ້ານ ເຮັດໃຫ້ປະຊາຊົນທີ່ເຫັນເຫດການຕົກໃຈສົມຄວນ ເຊິ່ງຕາມການແຈ້ງຂອງ ສື່ ປກສ ແມ່ນຮຽກຮ້ອງປະຊາຊົນຢ່າແຕກຕື່ນ ສະພາບໃນພື້ນທີ່ກັບເຂົ້າສູ່ສະພາບປົກກະຕິແລ້ວ ເຈົ້າໜ້າທີ່ຈະຖະແຫຼງໃນໄວໆນີ້
ພວກເຮົາທຸກອົດໃຈລໍອີກຈັກໜ້ອຍ ກໍຈະມີການຖະແຫຼງຈາກເຈົ້າໜ້າທີ່ຕຳຫຼວດແລ້ວ ກ່ຽວກັບຕົ້ນປາຍສາເຫດ ແຕ່ອາດຕ້ອງໃຊ້ເວລາ ເນື່ອງຈາກຕ້ອງສືບສວນຜູ້ກ່ຽວຂ້ອງກ່ຽວກັບແຮງຈູງໃຈທີ່ກໍ່ເຫດຕ່າງໆ.
ຕອນແລງວັນທີ 7 ມິຖຸນາ 2022 ເຈົ້າຫນ້າທີ່ຈັບຄົນຮ້າຍທີ່ວັງວຽງ ຄາດຜູ້ກໍ່ເຫດຢູ່ທາງດ່ວນ