ລາຄາຄຳຮູບປະພັນ ຍັງສືບຕໍ່ປັບຂຶ້ນຢ່າງຕໍ່ເນື່ອງ ທ່າມກາງການອ່ອນຄ່າຂອງເງິນກີບ ເມື່ອທຽບກັບສະກຸນເງິນໂດລາສະຫະລັດ ແລະ ເງິນບາດໄທ. ຫຼ້າສຸດໃນວັນທີ 31 ພຶດສະພາ 2022 ລາຄາຄຳຂຶ້ນສູງສຸດສ້າງສະຖິຕິຮອບໃໝ່.
ລາຄາຄຳຮູບປະພັນ ເປີດຕະຫຼາດໃນວັນທີ 31 ພຶດສະາ 2022 ຂາຍອອກຢູ່ທີ່ 15.079.00ກີບຕໍ່ບາດ ເຊິ່ງເປັນສະຖິຕິສູງສຸດຮອບໃໝ່ ຫຼງັຈາກທີ່ເຄີຍຂຶ້ນຈຸລະດັບ15.039.000ກີບຕໍ່ບາດ ໃນວັນທີ12 ພຶດສະພາ 2022.
ຢ່າງໃດກໍຕາມ ເວລາ12:20ໂມງ ປັບຂຶ້ນຄັ້ງທີ 2 ມາຢູ່ທີ່ 15.109.000ກີບຕໍ່1ບາດ
ຢ່າງໃດກໍຕາມ ເວລາ12:55ໂມງ ປັບຂຶ້ນຄັ້ງທີ 2 ມາຢູ່ທີ່ 15.119.000ກີບຕໍ່1ບາດ
ຂະນະທີ່ທ່ານ ຈັນທະວົງ ພະມີສິດ ຜູ້ອຳນວຍການຮ້ານຄຳພູວົງ ໂພສລົງເຟສບຸກກ່ອນໜ້ານີ້ ວ່າ: ຜູ້ທີ່ລົງທຶນກ່ຽວກັບຄຳ ແນະນຳໃຫ້ຄ່ອຍໆຊື້ສະສົມຈະເປັນວິທີການລົງທຶນທີ່ດີ ແລະປ້ອງກັນຄວາມສ່ຽງເລື່ອງຂອງການຜັນຜວນໄດ້.