ມື້ນີ້ເຮົາຈະພາທຸກຄົນມາຕິດຕາມອີກເລື່ອງໜຶ່ງທີ່ໄດ້ຮັບຄວາມສົນໃຈໃນໂລກອອນລາຍ ຜູ້ໃຊ້ເຟສບຸກຊື່ Dome Puekkhajee ໄດ້ໂພສເລື່ອງຂອງສາວນ້ອຍ ແລະ ນ້ອງຊາຍ ໂດຍລະບຸວ່າ
ນ້ອງນ້ອຍຄົນນີ້ ອາຍຸ 9 ປີ ຮັບຜິດຊອບເບິ່ງແຍງນ້ອງຊາຍອີກຄົນໜຶ່ງ ເປັນລູກກຳມະກອນກໍ່ສ້າງ ຖືກເກັບມາລ້ຽງດູ ເພາະພໍ່ແມ່ແທ້ຂອງທັງສອງໄດ້ປະຖິ້ມເຂົາຕັ້ງແຕ່ຕອນຍັງນ້ອຍ
ກ່ອນທີ່ເຮົາຈະເລີ່ມຕົ້ນໂຄງການແຕກເຂົ້າຟຣີ ນ້ອງລາວຕ້ອງໄປເກັບໃບຜັກຕຳນິ່ນຕາມຮົ້ວຕາມທາງເພື່ອເອົາໃສ່ໄຂ່ຂົ້ວກິນກັບນ້ອງຊາຍ ໃນຂະນະທີ່ລໍຖ້າພໍ່ກັບແມ່ລ້ຽງກັບຈາກບ່ອນເຮັດວຽກ T T
ແຕ່ປະຈຸບັນ ນາງມີເຂົ້າກິນທຸກຄາບ ບໍ່ຈຳເປັນຕ້ອງອຶດຫິວ, ບໍ່ຈຳເປັນຕ້ອງຍ່າງໄປມາສ່ຽງໄພຈາກການເກັບຜັກຕຳນິ່ນຕາມຮົ້ວ ຂໍຜົນບຸນຈາກການໃຫ້ ຝາກເຖິງເພື່ອນໆ, ອ້າຍເອື້ອຍນ້ອງທຸກຄົນທີ່ສະໜັບສະໜູນໂຄງການ “ກ່ອງເຂົ້າຟຣີ” ຂອງພວກເຮົາໃນຄັ້ງນີ້ ສາທຸ
ແຫຼ່ງ Siamtopic