ຄົນເກີດວັນອາທິດ:ການງານການເຮັດວຽກຮ່ວມກັບຫຸ້ນສ່ວນອາດມີຊ່ວງເວລາທີ່ຮູ້ສຶກບໍ່ສະບາຍໃຈ ການເງິນຫາເຂົ້າມາໄດ້ກໍໃຊ້ອອກໄປຫລາຍ ຄວາມຮັກເກີດຄວາມທຸກໃຈຄົນຮັກບໍ່ມີເວລາໃຫ້ຄືແຕ່ກ່ອນ
ເຄື່ອງມຸງຄຸນເງິນ ສີມຸງຄຸນສີຄຣີມ ເລກນຳໂຊກ6
ຄົນເກີດວັນຈັນ:ການງານເຮັດທຸລະກິດສື່ການໂຄສະນາຈະປະສົບຄວາມສຳເລັດ ການເງິນ ໄດ້ເງິນເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍຈໍານວນຫຼາຍ ຄວາມຮັກພົບຄົນທີ່ເກັ່ງ ມີຄວາມສາມາດເຂົ້າມາໃຫ້ທ່ານໄດ້ຮູ້ຈັກ
ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີແດງ ເລກນຳໂຊກ6
ຄົນເກີດວັນອັງຄານ:ການງານໃຊ້ເງິນຈຳນວນຫລາຍໃນການລົງທຶນເຮັດທຸລະກິດ ການເງິນໂຊກດີຈະໄດ້ເງິນໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກເກີດຄວາມຫ່າງເຫີນກັບຄົນຮັກ ອາດເປັນຍ້ອນຫນ້າທີ່ວຽກງານທີ່ແຕກຕ່າງກັນ ເຄື່ອງມຸງຄຸນຫີນນໍາໂຊກ ສີມຸງຄຸນສີດໍາ ເລກນຳໂຊກ4
ຄົນເກີດວັນພຸດ:ການງານລົງທຶນເຮັດທຸລະກິດການຄ້າອາຫານ ຫລື ເຄື່ອງແຟຊັ່ນ ອາດເຮັດໃຫ້ທ່ານປະສົບຄວາມສຳເລັດ ການເງິນ ລະວັງເລື່ອງລາຍຈ່າຍທີ່ບໍ່ຈໍາເປັນເພາະອາດເຮັດໃຫ້ທ່ານບໍ່ມີເງິນເກັບ
ຄວາມຮັກສຸກສົມຫວັງເລື່ອງຄວາມຮັກຖືຶເປັນໂອກາດເບິ່ງໃຈກັນໄປເລີຍ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີບົວ ເລກນຳໂຊກ7
ຄົນເກີດວັນພະຫັດ:ການງານເຮັດທຸລະກິດເປັນຜູ້ຈໍາໜ່າຍທາງການຄ້າຈະປະສົບຄວາມສຳເລັດ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້າມາ ຄວາມຮັກ ມີໂອກາດໄດ້ພົບຮັກແຕ່ອາດຍັງບໍ່ແມ່ນຮັກທີ່ທ່ານຕ້ອງການອາດເປັນຮັກແພງກັນທົ່ວໄປ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຂຽວ ເລກນຳໂຊກ9
ຄົນເກີດວັນສຸກ:ການງານການເຈລະຈາຕໍ່ລອງຈະປະສົບຄວາມສຳເລັດ ການເງິນຈະໄດ້ເງິນກ້ອນໃຫຍ່ໃຫ້ທ່ານເຂົ້າມາໃຊ້ຈ່າຍ ຄວາມຮັກສຸກສົມຫວັງດັ່ງປາດຖະຫນາໃນເລື່ອງທີ່ທ່ານຕ້ອງການ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີເຫຼືອງ ເລກນຳໂຊກ8
ຄົນເກີດວັນເສົາ:ການງານຜິດພາດໃນການເຮັດສັນຍາທຸລະກຳທາງທຸລະກິດ ການເງິນໂຊກດີຈະໄດ້ເງິນເຂົ້າມາ ຄວາມຮັກເກີດເລື່ອງເລີກລາກັບຄົນຮັກ ອາດເປັນຍ້ອນຄວາມບໍ່ເຂົ້າໃຈກັນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີສົ້ມ ເລກນຳໂຊກ2