ມື້ນີ້ເກີດມີຝົນຕົກລົງມາໃນນະຄອນຫຼວງວຽງຈັນ ເຊິ່ງຝົນບໍ່ໄດ້ແກ່ຍາວແຕ່ກໍ່ແຮງລະດັບໜຶ່ງເຮັດໃຫ້ນ້ຳຖ້ວມຂັງຊົ່ວຄາວເຂດໂຮງໝໍ 103 ລະດັບທີ່ໄປມາຍາກຢູ່.
ສາເຫດທີ່ເກີດນ້ຳຂັງຍ້ອນ ທໍ່ລະບາຍນ້ຳບໍ່ທັນ ເຮັດໃຫ້ເກີດນ້ຳຖ້ວມອັ່ງ ເສັ້ນທາງໜ້າໂຮງໝໍ 103 ເນື່ອງຈາກຝົນຕົກແຮງ
ໃນເວລາປະມານ 15 ໂມງ ຂອງວັນທີ 22 ພຶດສະພາ 2022 ນີ້.
ເຂດທ່ານຢູ່ເດ້ຝົນຕົກຢູ່ບໍ່?
ຕາມປະຊາຊົນເຂດໃກ້ຄຽງບອກວ່າ ບາງບ່ອນກໍ່ບໍແມ່ນນ້ຳໄຫຼບໍທັນແຕ່ເປັນຍ້ອນທໍ່ລະບາຍນ້ຳຕັນຈິ່ງເຮັດໃຫ້ນ້ຳອັ່ງໄດ້
ແນວໃດກໍ່ຕາມບັນຫາທໍ່ລະບາຍນ້ຳບໍ່ຄວນປະໃຫ້ເປັນພາລະຂອງພາກສ່ວນໃດໜຶ່ງພຽງຝ່າຍດຽວ ແຕ່ຕ້ອງເປັນເຈົ້າການນຳກັນ ເວົ້າແບບນີ້ຫຼາຍຄົນອາດບອກວ່າເປັນໜ້າທີ່ເຂົາເຈົ້າ ຖ້າທຸກຄົນຄິດແບບນີ້ບ້ານເມືອງກໍອຳມະພາດ ຈິ່ງຄວນຊ່ວຍເຫຼືອກັນໃນຍາມທີ່ໍ່ວຍໄດ້.