ເຫັນແມ່ຕູ້ຊີວິດລຳບາກ ຈໍາເປັນຕ້ອງຍູ້ລົດເຂັນ ຍ່າງເລາະຂາຍເຂົ້າຫນົມ ຫາລ້ຽງຕົນເອງ ຮູ້ຊື່ວ່າຊື່ ນາງສະໄມ ບົວຣາມ ອາຍຸ 83 ປີ ເປັນຊາວແຂວງບູຣີຣາມ
ໂດຍແມ່ຕູ້ສະໄມ ຂາຍມັນນຶ່ງ ແລະ ເຂົ້າໜົມຫວານ, ຍ່າງຍູ້ລົດເຂັນຈາກລົດເຊົ່າອອກຈາກເທດສະບານເມືອງບູລີຣາມ ໄລຍະທາງກັບຄືນແມ່ນປະມານ 10 ກິໂລແມັດ
ເຮັດແບບນີ້ປະຈໍາວັນຈົນກ່ວາມັນກາຍເປັນສິ່ງທີ່ຄຸ້ນເຄີຍ ເຮັດໃຫ້ຊາວບ້ານຮູ້ສຶກສົງສານ ແລະປະທັບໃຈທີ່ທີ່ແມ່ຕູ້ ອາຍຸຫລາຍແລ້ວ ຫລັງກົງ
ແຕ່ຍັງສູ້ຊີວິດໂດຍບໍ່ຍອມແພ້ ສະນັ້ນ ຈຶ່ງມາອຸດຫນູນແມ່ຕູ້ ຢູ່ສະເໝີ ແລະ ຖ້າມື້ໃດມາບໍ່ທັນເວລາ ແມ່ຕູ້ ຍູ້ລົດເຂັນຜ່ານ ກໍຈະຂີ່ລົດຈັກໄປຫາແມູ່້ເພື່ອຊ່ວຍອຸດຫນູນ
ນາງ ສະໄມ ເປີດເຜີຍວ່າ: ຕົນເອງໄດ້ຢູ່ຄົນດຽວມາໄດ້ 30 ກວ່າປີແລ້ວ, ພາຍຫຼັງຜົວຕາຍໄປ ແລະ ລູກຊາຍກໍ່ຂາຍດິນຈົນຫມົດ ແລະ ລາວຖືກປະຖິ້ມ
ສະນັ້ນ ລາວຈຶ່ງເຮັດເຂົ້າຫນົມຂາຍເພື່ອຫາລ້ຽງຊີບ ແລະຈະສືບຕໍ່ເຮັດຈົນມື້ສຸດທ້າຍຂອງຊີວິດ ເພາະບໍ່ຢາກເປັນພາລະໃຫ້ໃຜ ປະຈຸບັນໄດ້ເຊົ່າເຮືອນໃນລາຄາຖືກ 1,000 ບາດຕໍ່ເດືອນ
ແລະ ມີລາຍໄດ້ຈາກການຂາຍເຂົ້າຫນົມ 400-500 ບາດຕໍ່ມື້ແມ່ນພຽງພໍກັບການດໍາລົງຊີວິດ ສໍາລັບສິ່ງທີ່ລາວຕ້ອງການໃນບັ້ນປາຍຂອງຊີວິດນັ້ນ ແມ່ຕູ້ ບອກວ່າຢາກມີເຮືອນນ້ອຍເພື່ອບໍ່ໃຫ້ມີເຮືອນເຊົ່າ
ອ້າງອິງ kapook