ອີກເລື່ອງໜຶ່ງທີ່ຄົນໃນສື່ສັງຄົມອອນລາຍ ຫຼາຍຄົນປະທັບໃຈ ເມື່ອຜູ້ໃຊ້ເຟສບຸກ Ratree Bunmee
ໄດ້ໂພສຮູບພໍ່ເຖົ້າ ອາຍຸ 95 ປີ ຍູ້ລົດສາມລໍ້ ກາງແດດຮ້ອນ ຂາຍຢາສະຫມຸນໄພ
ສຸດນ່າສົງສານ ຫມົດມື້ຍັງຂາຍບໍ່ໄດ້ ໂດຍມີພືດສະຫມຸນໄພຈຳນວນຫຼາຍ ຫຼາຍຊະນິດທີ່ພໍ່ຕູ້ເກັບມາເອງ
ໂດຍໂພສ ດັງກ່າວລະບຸວ່າແມ່ນໃຜຢູ່ເຂດບາງຄລາ ຫຼືໃກ້ຄຽງ ເຫັນພໍ່ຕູ້ຍູ້ລົດສາມລໍ້
ຂາຍຢາສະໝຸນໄພ ຊ່ວຍກັນຊື້ແນ່ເດີ ພໍ່ເຖົ້າອາຍຸ 95 ປີ ຍູ້ລົດຂາຍໄປທຸກບ່ອນມືດບ່ອນໃດນອນບ່ອນນັ້ນ
ເສົ້າໃຈຫຼາຍ ຊື້ເຂົ້າຊື້ນ້ຳໃຫ້ກໍບໍ່ເອົາ ມື້ນີ້ຍັງຂາຍບໍ່ໄດ້ເລີຍ ແດດກໍຮ້ອນຫຼາຍ
ສະນັ້ນ ເຮົາເລີຍຊ່ວຍຊື້ຢາສະຫມຸນໄພ 1 ຊອງ ໃນລາຄາ 500 ບາດ ດຽວນີ້ພໍ່ຕູ້ນັ່ງພັກຜ່ອນ
ຕໍ່ໜ້າໂຮງງານນ້ຳປະປາບາງຄລາ ຊວ່ຍແຊຮ໌ກັນແດ່ເດີ້
ທີ່ມາ: Ratree Bunmee / siamstreet